ຝຣັ່ງຊວນເຢຍລະມັນລົງທຶນເພີ່ມ ເພື່ອເສີມການເຕີບໃຫຍ່ຂອງ EU

ລັດຖະມົນຕີຝຣັ່ງກ່າວຮຽກຮ້ອງເຢຍລະມັນຫລຸດຜ່ອນກົດລະບຽບ ເພື່ອຊຸກຍູ້ການຂະຫຍາຍຕົວຂອງເອີຣົບຕໍ່ໄປ. ຂະນະທີ່ທ່ານນາງ ອັງເກລາ ແມຣເຄິລ ນາຍົກລັດຖະມົນຕີເຢຍລະມັນ ຍັງປະສົບບັນຫາໃນການຈັດຕັ້ງລັດຖະບານປະສົມຊຸດໃໝ່.
ທ່ານ ບຣູໂນ ເລີແມຣ ລັດຖະມົນຕີການເງິນຝຣັ່ງ ໃຫ້ສຳພາດສື່ວ່າ: ຝຣັ່ງ ໄດ້ດຳເນີນການຫລຸດການໃຊ້ຈ່າຍພາກລັດເລັກໜ້ອຍ ແລະ ປະຕິຮູບລະບົບເສດຖະກິດ ຈຶ່ງຫວັງວ່າເຢຍລະມັນຈະໃຫ້ການຮ່ວມມືໃນການຊຸກຍູ້ຄັ້ງນີ້ ໂດຍການໃຊ້ນະໂຍບາຍ ແລະ ການລົງທຶນເພີ່ມຕື່ມ ເພື່ອຂັບເຄື່ອນເອີຣົບຕໍ່ໄປ. ຂໍ້ຮຽກຮ້ອງດັ່ງກ່າວມີຂຶ້ນໃນໄລຍະເວລາສຳຄັນທີ່ທ່ານນາງ ແມຣເຄິລ ພະຍາຍາມຈັບມືເປັນພັນທະມິດຄັ້ງໃໝ່ກັບພັກສັງຄົມປະຊາທິປະໄຕ (SPD) ພາຍຫລັງການເລືອກຕັ້ງທີ່ຍັງບໍ່ໄດ້ຂໍ້ສະຫລຸບຈະແຈ້ງໃນເດືອນກັນຍາ.

