ປີໃໝ່ນະຄອນຫລວງວຽງຈັນຈະເລັ່ງແກ້ໄຂວຽກຄົງຄ້າງຫລາຍອັນ

ວັນທີ 9 ມັງກອນນີ້, ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ເປີດເຜີຍສະພາບການພັດທະນາເສດຖະກິດ-ສັງຄົມຢູ່ນະຄອນຫລວງວຽງຈັນໃນປີຜ່ານມາຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນນະຄອນຫລວງວຽງຈັນຊຸດທີ I ວ່າ: ຍາມໃດອົງການປົກຄອງນະຄອນຫລວງກໍໄດ້ຖືສຳຄັນໃນການພັດທະນາເສດຖະກິດຕາມມະຕິຕົກລົງຂອງສະພາແຫ່ງຊາດ ແລະ ຄາດໝາຍສະເພາະຂອງແຕ່ລະຂະແຫນງການ, ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເຕີບໂຕເກືອບ 10%, ການຈັດເກັບລາຍຮັບເຂົ້າງົບປະມານບັນລຸໄດ້ 93,5%, ເຊິ່ງເຫັນວ່າຕົວເລກການລົງທຶນຢູ່ນະຄອນຫລວງມີຫລາຍກວ່າ 2.919 ຫົວໜ່ວຍ, ລວມມີມູນຄ່າລົງທຶນທັງໝົດ 18 ພັນກ່ວາຕື້ກີບ, ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານສົ່ງເສີມສິນຄ້າ ODOP, ເສດຖະກິດຂະຫນາດນ້ອຍ-ກາງ ແລະ ເສດຖະກິດຄອບຄົວ, ໄດ້ອອກນິຕິກຳຈັດແບ່ງດິນ 8 ປະເພດ ແລະ ອອກໃບຕາດິນ, ໄດ້ສຳຫລວດໂຄງການບຶງທາດຫລວງ, ເຂົ້າຮ່ວມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫຍ່ລະດັບຊາດຕ່າງໆ ເຊັ່ນ: ໂຄງການທາງລົດໄຟ, ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງໄລຍະ II, ໂຄງການກໍ່ສ້າງເສັ້ນທາງຫລວງແຫ່ງຊາດ ແລະ ໂຄງການອື່ນໆ ທັງໝົດນີ້ໄດ້ຊ່ວຍກະຕຸ້ນໃຫ້ເສດຖະກິດນະຄອນຫລວງວຽງຈັນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີທ່ວງທ່າດີຂຶ້ນເປັນກ້າວໆ.
ທ່ານເຈົ້າຄອງ ໃຫ້ຮູ້ວ່າ: ການພັດທະນາ ແລະ ຄຸມຄອງຕົວເມືອງ, ອົງການປົກຄອງນະຄອນຫລວງໄດ້ຕັ້ງໜ້າຫັນວິໄສທັດ ແລະ ຍຸດທະສາດການພັດທະນາຕາມທິດເປັນເມືອງໜ້າຢູ່, ຊຶ່ງປີຜ່ານມາໄດ້ສຳເລັດການສ້າງແຜນຜັງຈຳລອງ, ຂະຫຍາຍແລວຜັງເມືອງໄປສູ່ເຂດນອກ, ກໍ່ສ້າງເສັ້ນທາງໃໝ່ ແລະ ສ້ອມແປງເສັ້ນທາງທີ່ຊຸດໂຊມໄປຕາມແຜນວຽກ ແລະ ແຜນເງິນທີ່ລັດຖະບານໄດ້ກຳນົດ ແລະ ປຸກລະດົມການປະກອບສ່ວນຂອງປະຊາຊົນ, ໄດ້ເພີ່ມທະວີກວດກາ, ຄຸ້ມຄອງການປຸກສ້າງ-ສ້ອມແປງເຄຫາສະຖານໃຫ້ເຂົ້າສູ່ລະບຽບ, ປັບປຸງສະພາບແວດລ້ອມເຂດຕົວເມືອງເກົ່າ ແລະ ເຂດມໍລະດົກ, ໄດ້ສຳເລັດການສຳຫລວດເບື້ອງຕົ້ນ ແລະ ໂຄງການສ້າງທາງດ່ວນຄູ່ຂະໜານຖະໜົນໄກສອນ, ແກ້ໄຂສະພາບນ້ຳອັ່ງຂັງໃນລະດູຝົນ, ລວງຄອງນ້ຳບຶງທາດຫລວງ-ຫ້ວຍໝາກຮຽວຕາມວິທີການເອົາຄອງເໝືອງລ້ຽງຄອງເໝືອງ ແລະ ສຳເລັດຜົນການປະຕິບັດຂະບວນການຊົ່ວໂມງວຽງຈັນສະອາດ, ພ້ອມນີ້ ກໍໄດ້ຂະຫຍາຍທໍ່ສົ່ງນ້ຳປະປາໃໝ່ຈຳນວນໜຶ່ງ, ສຳເລັດການກໍ່ສ້າງໂຮງງານນ້ຳປະປາໃໝ່ດົງໝາກຄາຍ, ດົງບັງ, ທ່າເດື່ອ ແລະ ໂຄງການຢູ່ເມືອງສັງທອງ, ແສນດິນກໍມີຄວາມຄືບໜ້າດີສົມຄວນ.
ທ່ານເຈົ້າຄອງນະຄອນຫລວງ ເນັ້ນວ່າ: ໃນແຜນຈຸດສຸມຕໍ່ໜ້າຈະຕ້ອງເລັ່ງໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ສຳເລັດ, ເຖິງວ່າເສດຖະກິດນະຄອນຫລວງຂະຫຍາຍຕົວສູງ, ແຕ່ການເກັບລາຍຮັບເຂົ້າງົບປະມານ ແລະ ຕົວເລກຄາດໝາຍດຶງດູດນັກທ່ອງທ່ຽວຍັງບໍ່ສາມາດບັນລຸຄາດໝາຍທີ່ລັດຖະບານມອບໝາຍໃຫ້ ເຊິ່ງໃນປີຜ່ານມາບັນລຸພຽງ 70%, ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ສາມາດຢັບຢັ້ງໄດ້ພຽງແຕ່ບໍ່ສ້າງໃຫ້ເກີດໜີ້ສິນໃໝ່ເພີ່ມຂຶ້ນເທົ່ານັ້ນ, ສ່ວນການແກ້ໄຂໜີ້ສິນເກົ່າທີ່ຄຸມເຄືອເປັນຈຳນວນຫລວງຫລາຍນັ້ນພົບຄວາມຫຍຸ້ງຍາກອັນເນື່ອງຈາກບໍ່ມີແຫລ່ງທຶນອື່ນນອກຈາກງົບປະມານຂອງລັດຖະບານບ້ວງ 400 ຕື້ກີບ, ການປະຕິບັດແຜນຜັງຕົວເມືອງ, ການຈັດສັນຄວາມເປັນລະບຽບຮຽບຮ້ອຍບໍ່ທັນໄດ້ດີ, ປາກົດການຖີ້ມຂີ້ເຫຍື້ອຊະຊາຍ, ຄວາມບໍ່ສະອາດ ອັນເກີດຈາກບຸກຄົນ ແລະ ນິຕິບຸກຄົນຍັງມີໃຫ້ເຫັນຢ່າງແຜ່ຫລາຍ, ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ຢາເສບຕິດ, ກຸ່ມແກ້ງກວນເມືອງ, ອຸປະຕິເຫດ, ເຖິງວ່າໄດ້ເອົາໃຈໃສ່ແຕ່ກໍຍັງບໍ່ທັນເຖິງກົກເຖິງຮາກເທື່ອ ແລະ ຍັງມີຂໍ້ຂັດແຍ່ງ, ຄະດີຄວາມກ່ຽວກັບທີ່ດິນ, ມໍລະດົກ ແລະ ກູ້ຢືມທີ່ເປັນບັນຫາຊຳເຮື້ອຊຶ່ງຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ໝົດໄປ.

