ຫລາຍພາກສ່ວນ ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຜ່ານອົງການກາແດງລາວ 210 ລ້ານກີບ

ໃນວັນທີ 16 ກັນຍານີ້, ທີ່ສຳນັກງານຫ້ອງການອົງການກາແດງລາວ ນະຄອນຫລວງວຽງຈັນ, ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ຕາງໜ້າອົງການຮັບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຈາກພາກສ່ວນຕ່າງໆຄື:
ບໍລິສັດ ລົງທຶນພັດທະນາລາວ; ບໍລິສັດ ນະຄອນຊັບ ຈໍາກັດຜູ້ດຽວ; ບໍລິສັດ ຊາວອີສເອເຊຍ ທາວເວີ ຈຳກັດ (Southeast Asia Tower Company Limited) ແລະ ບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນແຂວງຢຸນນານ ຈໍາກັດ ຜູ້ລະ 50 ລ້ານກີບ ລວມ 210 ລ້ານກີບເພື່ອ ນຳໄປຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ເມື່ອຜ່ານມານີ້



ໃນໂອກາດນີ້, ທ່ານປະທານອົງການກາແດງລາວ ໄດ້ສະແດງຄໍາຂອບໃຈ ແລະ ປິຕິຍິນດີຕໍ່ 4 ພາກສ່ວນດັ່ງກ່າວ ທີ່ໄດ້ນຳເອົາວັດຖຸປັດໄຈ, ເງິນຄຳມາປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມດັ່ງກ່າວໃຫເຂົາເຈົ້າ ສາມາດແກ້ໄຂບັນຫາຕ່າງໆ ທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍຈາກໄພພິບັດນໍ້າຖ້ວມຄັ້ງນີ້ ໄປໄດ້ດ້ວຍດີ. ໃນຈໍານວນເງິນດັ່ງກ່າວນີ້, ທາງອົງການກາແດງລາວຈະໄດ້ນໍາໄປຊື້ເຄື່ອງບໍລິໂພກ-ອຸປະໂພກຕ່າງໆທີ່ຈໍາເປັນເພື່ອຮີບ ດ່ວນລົງໄປແຈກຢາຍໃຫ້ຜູ້ປະສົບໄພໃຫ້ເຖິງມື ແລະ ໄດ້ທົ່ວເຖິງ.

