ຮອງເລຂາພັກແຂວງຊຽງຂວາງລົງຊຸກຍູ້ການຜະລິດຂອງປະຊາຊົນເມືອງໝອກ

ເມື່ອບໍ່ດົນມານີ້, ທ່ານ ນາງ ອຸເທນ ມາສີຊົນໄຊ ຮອງເລຂາ ພັກ ແຂວງຜູ້ຊີ້ນຳວຽກງານ ການເມືອງແນວຄິດພ້ອມຄະ ນະໄດ້ລົງຢ້ຽມຢາມຊຸກຍູ້ວຽກ ງານການຜະລິດຂອງປະຊາ ຊົນຢູ່ບ້ານຖ້ຳສ່ອຍ ແລະ ບ້ານ ຄັງວຽງເມືອງໝອກ ແຂວງ ຊຽງຂວາງ ໂດຍທ່ານ ໄດ້ ເນັ້ນໃຫ້ອົງການປົກຄອງ ບ້ານສືບຕໍ່ສຶກສາອົບຮົມ ວຽກງານການເມືອງແນວ ຄິດ, ຖືສຳຄັນວຽກງານ ປ້ອງ ກັນຊາດ-ປ້ອງກັນຄວາມ ສະຫງົບ, ປຶກສາຫາລື ແລະ ຮ່ວມມືຊ່ວຍເຫລືອພະນັກ ງານທີ່ລົງຮາກຖານ, ຢຸດເຊົາ ການເຮັດໄຮ່ແບບເລື່ອນ ລອຍ, ໃຫ້ຂຸ້ນຂ້ຽວປູກພືດລະດູແລ້ງ, ປູກຫຍ້າລ້ຽງງົວ, ຄວາຍ, ເສີມ ຂະຫຍາຍມູນເຊື້ອຄວາມດຸໝັ່ນ ແລະ ວັດທະນະທຳອັນດີງາມ ຂອງເຜົ່າ, ສຸມໃສ່ການປູກຝັງ ລ້ຽງສັດໃຫ້ກາຍເປັນສິນຄ້າ ປອດສານພິດ, ຍົກສູງສີມືຫັດ ຖະກຳໃຫ້ສູງຂຶ້ນ, ຢຸດຕິການ ປູກຝິ່ນ ແລະ ຫ້າມຊື້-ຂາຍ-ຢາ ເສບຕິດ ແລະ ອື່ນໆ. ຈາກນັ້ນ ທ່ານ ກໍໄດ້ມອບເຄື່ອງນຸ່ງຈຳ ນວນ 42 ຖົງໃຫ້ປະຊາຊົນ ບ້ານຖ້ຳສ່ອຍ ແລະ 20 ຖົງໃຫ້ ບ້ານຄັງວຽງ, ຫ້ອງວ່າການ ປົກຄອງແຂວງກໍໄດ້ມອບສັງ ກະສີ 30 ແຜນໃຫ້ຄອບຄົວ ທຸກຍາກຢູ່ບ້ານຖ້ຳສ່ອຍຕື່ມອີກ.
ໂອກາດນີ້, ທ່ານ ຮອງເລ ຂາພັກແຂວງກໍໄດ້ໄປຢ້ຽມ ຢາມຈຸດສຸມຄັງວຽງ ແລະ ໄດ້ ມອບເຄື່ອງນຸ່ງຫົມຈຳນວນ 34 ຖົງໃຫ້ປະຊາຊົນເຂດດັ່ງ ກ່າວ ແລະ ທ່ານ ກໍໄດ້ອວຍ ພອນຫ້ອງການພັດທະນາຈຸດ ສຸມຄັງວຽງ ແລະ ກອງປະ ຕິບັດງານ 210 ຄັງວຽງ ເນື່ອງໃນໂອກາດວັນ ສ້າງຕັ້ງ ກອງທັບ ປະຊາຊົນລາວວັນທີ 20 ມັງກອນຄົບຮອບ 69 ປີ.
+ ຮອງເລຂາຊາວໜຸ່ມ ປປລ ຕ້ອນຮັບອາສາສະໝັກຊາວໜຸ່ມຈີນປະຕິບັດໜ້າທີ່ຢູ່ລາວ
+ ເມືອງທ່າປາງທອງມີແຜນຜະລິດເຂົ້ານາແຊງ 300 ເຮັກຕາ

