ເກີດແຜ່ນດິນໄຫວ 6,3 ຣິກເຕີ ທາງພາກເໜືອຂອງອັບການິດສະຖານ ມີຜູ້ເສຍຊີວິດແລ້ວ 7 ຄົນ

               ເກີດແຜ່ນດິນໄຫວຂະໜາດ 6,3 ຣິກເຕີ ໃກ້ເມືອງມາຊາ ອີ ຊາຣີບ (Mazar-e Sharif) ທາງພາກເໜືອຂອງອັບການິດສະຖານ ໄລຍະເວລາປະມານ 01:00 ໂມງ ຂອງວັນທີ 3 ພະຈິກ ຕາມເວລາທ້ອງຖິ່ນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 7 ຄົນ, ບາດເຈັບອີກປະມານ 150 ຄົນ ແລະ ພົບວ່າເກີດຄວາມເສຍຫາຍຕໍ່ອາຄານບ້ານເຮືອນຫລາຍຫລັງ ລວມທັງມັດສະຢິດສີຟ້າພາຍໃນເມືອງທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ.

              ໜ່ວຍສໍາຫລວດທາງທໍລະນີວິທະຍາອາເມລິກາ (U.S. Geological Survey: USGS) ລະບຸວ່າ: ແຜ່ນດິນໄຫວຄັ້ງນີ້ເກີດຂຶ້ນໃນລະດັບຄວາມເລິກ 28 ກິໂລແມັດ ໃກ້ເມືອງມາຊາ ອີ ຊາຣີບ ເຊິ່ງເປັນເມືອງຫລວງຂອງແຂວງບັລ (Balkh) ແລະ ເປັນໜຶ່ງໃນເມືອງທີ່ມີປະຊາກອນໜາແໜ້ນທີ່ສຸດທາງພາກເໜືອຂອງອັບການິດສະຖານ ໂດຍມີປະຊາກອນປະມານ 523,000 ຄົນ.

                ແບບຈໍາລອງຂອງ USGS ປະເມີນວ່າ: ແຜ່ນດິນໄຫວຄັ້ງນີ້ອາດສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດສູງເຖິງຫລາຍຮ້ອຍຄົນ ເຊິ່ງ USGS ໄດ້ອອກປະກາດເຕືອນໄພລະດັບສີສົ້ມ ໂດຍຄາດຄະເນເຖິງການສູນເສຍທາງເສດຖະກິດ ແລະ ຊີວິດຫລັງແຜ່ນດິນໄຫວ.

                ແຮງສັ່ນສະເທືອນແຜ່ນດິນໄຫວ ສາມາດຮູ້ສຶກໄດ້ໄກເຖິງທາຈິກິດສະຖານ, ອຸດເບກິດສະຖານ ແລະ ເຕິກເມນິດສະຖານ ເຊິ່ງເປັນ 3 ປະເທດທີ່ມີຊາຍແດນຕິດກັບພາກເໜືອຂອງອັບການິດສະຖານ.

                ທັງນີ້, ໃນເດືອນສິງຫາ ອັບການິດສະຖານຜະເຊີນແຜ່ນດິນໄຫວຂະໜາດ 6.0 ຣິກເຕີ ທີ່ເກີດຂຶ້ນໃນທາງຕາເວັນອອກ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2,200 ຄົນ ແລະ ບາດເຈັບອີກຫລາຍພັນຄົນ.

                ໂດຍກ່ອນໜ້ານີ້ໃນເດືອນຕຸລາ 2023 ເຄີຍເກີດແຜ່ນດິນໄຫວຂະໜາດ 6.3 ຣິກເຕີ ໃນພາກຕາເວັນຕົກຂອງອັບການິດສະຖານ ເຊິ່ງມີຜູ້ເສຍຊີວິດ 2,000 ກວ່າຄົນ.

ອ້າງອີງ: