ຈີນ ເກີດໄພນໍ້າຖ້ວມຢ່າງໜັກ

ໄພນໍ້າຖ້ວມເກີດຂຶ້ນຢູ່ຫຼາຍແຂວງທາງພາກໃຕ້ຂອງຈີນ, ເຮັດໃຫ້ລ້ານໆ ຄົນຕ້ອງອົບພະຍົບ, ສ້າງຄວາມເສຍຫາຍຢ່າງໜັກ 3,8 ຕື້ໂດລາ.
ອົງການຄຸ້ມຄອງກະທັນຫັນ ຫຼື ສຸກເສີນຂອງຈີນໃຫ້ຮູ້ວ່າ ປາກົດການຝົນຕົກແກ່ຍາວເປັນເວລາຫຼາຍອາທິດທີ່ຜ່ານມາ ໄດ້ເຮັດໃຫ້ປະຊາຊົນປະມານ 14 ລ້ານຄົນຕ້ອງໄດ້ຮັບຜົນກະທົບຢ່າງໜັກ, ໃນນັ້ນມີ ປະຊາຊົນ 744.000 ຄົນທີ່ຢູ່ໃນ 26 ແຂວງ ແລະ ນະຄອນຕ້ອງໄດ້ອົບພະຍົບອອກຈາກບ້ານເຮືອນໄປຢູ່ທີ່ອື່ນ ແລະ ມີປະມານ 10.000 ຫຼັງຄາເຮືອນຖືກນໍ້າຊຸໄຫຼໄປ.
ສຳນັກຂ່າວໜັງສືພິມ ທາງພາກໃຕ້ຂອງຈີນວັນທີ 27 ມີຖຸນານີ້ ໃຫ້ຮູ້ວ່າ: “ຕະຫຼອດ 20 ວັນຕິດຕໍ່ກັນຝົນຕົກໃນເດືອນມີຖຸນານີ້, ໄດ້ເຮັດໃຫ້ລະດັບນໍ້າໃນ 197 ສາຂາຍຶ່ງຂຶ້ນສູງກວ່າລະດັບດັບເຕືອນໄພ, ໃນນັ້ນມີ 10 ສາຂາ ນໍ້າຂືຶ້ນສູງຜິດປົກກະຕິ. ປາກົດການນໍ້າຂຶ້ນສູງກະທັນຫັນແບບນີ້ ແມ່ນບໍ່ເຄີຍເຫັນມາກ່ອນ”.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vietnamnet)
