ເຈົ້າແຂວງອັດຕະປື ກວດກາສະພາບຜົນກະທັບ ຈາກໄພນ້ຳຖ້ວມ
ວັນທີ 31 ຕຸລາ 2025, ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ລົງເຄື່ອນໄຫວ ກວດກາຕົວຈິງ ກ່ຽວກັບຜົນເສຍຫາຍນາເຂົ້າ ຂອງປະຊາຊົນ ທີ່ເກີດຈາກໄພນ້ຳຖ້ວມ ຢູ່ເຂດເມືອງສະໜາມໄຊ ແຂວງອັດຕະປື.
ໃນການລົງສຳຫຼວດຄັ້ງນີ້ ເພື່ອກວດການຜົນເສຍຫາຍຕົວຈິງ ແລະ ໃຫ້ພະແນກການກ່ຽວຂ້ອງເກັບກຳຂໍ້ມູນ, ສັງລວມລາຍງານຢ່າງລະອຽດ ເພື່ອຈະໄດ້ຊອກທິດທາງແກ້ ໄຂຜົນກະທົບຂອງປະຊາຊົນ ໃນເບື້ອງຕົ້ນໃຫ້ວ່ອງໄວແລະ ໄດ້ຮັບຜົນດີ.
ໂອກາດນີ້, ທ່ານເຈົ້າແຂວງອັດຕະປື ພ້ອມຄະນະ ຍັງໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ປະຊົນຊົນ ບ້ານສົ້ມປ່ອຍ ເມືອງສະໜາມໄຊ ທີ່ເຮັດການຜະລິດກະສິກຳ ປູກໝາກໂມ ແລະ ຕົ້ນໄມ້ໃຫ້ໝາກອື່ນໆ.

