ປີ 2022 ນະຄອນຫລວງ ຖືກໂຈນລັກລົດຈັກ 1.158 ຄັນ ສາມາດເກັບກູ້ໄດ້ຄືນ 131 ຄັນ

ພັທ ສົມພຽງ ສຸກປະເສີດ ຫົວໜ້າຫ້ອງການ ປກສ ນວ ລາຍງານຕໍ່ກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ແລະ ວາງທິດທາງແຜນການວຽກງານຈຸດສຸມ ປີ 2023 ໃຫ້ຮູ້ວ່າ: ປີ 2022 ຜ່ານມາ, ປກສ ນວ ຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນ ການແກ້ໄຂບັນຫາປະກົດການຫຍໍ້ໍທໍ້ຕ່າງໆ 2.044 ເລື່ອງ, ກັກຕົວຜູ້ຖືກຫາ 3.283 ຄົນ, ຍິງ 429 ຄົນ; (ທຽບໃສ່ປີ 2021 ເພີ່ມຂຶ້ນ 129 ເລື່ອງ), ພົ້ນເດັ່ນກວ່າໝູ່ແມ່ນການລັກຊັບພົນລະເມືອງ 1.471 ເລື່ອງ, ໃນນີ້ (ລັກລົດຈັກ 971 ເລື່ອງ, ລັກດ້ວຍວິທີງັດແງະ 463 ເລື່ອງ, ລັກຊັບຂອງລັດ 14 ເລື່ອງ, ທຸບແວ່ນ ລົດລັກຊັບ 14 ເລື່ອງ, ລັກລົດໃຫ່ຍ 9 ເລື່ອງ), ຊີງຊັບ 93 ເລື່ອງ, ປຸ້ນຊັບ 36 ເລື່ອງ, ທຳລາຍຊັບ 28 ເລື່ອງ, ຄາດຕະກໍາ 13 ເລື່ອງ, ທຳຮ້າຍຮ່າງກາຍ 26 ເລື່ອງ, ລັກພາຕົວ 4 ເລື່ອງ ແລະ ອື່ນໆ.

ຜົນເສຍຫາຍ ເງິນ 9.874.412.000 ກີບ, ເງິນບາດ 9.162.620 ບາດ, ເງິນໂດລາ 468.360 ໂດລາ, ເງິນຢູໂລ 4.8040 ຢູໂລ, ເງິນຢວນ 2.700 ຢວນ, ເງິນໝັນ 10 ໝັນ, ຄຳຮູບປະພັນ 188 ກວ່າບາດ, ຄຳຝຣັ່ງ 42 ບາດ, ເຄື່ອງປະດັບເພັດ 1 ຊຸດ, ສາຍແອວທອງນາກ 111 ເສັ້ນ, ເຄື່ອງປະດັບເງິນ 39 ບາດ, ລົດໃຫຍ່ 9 ຄັນ, ລົດຈັກ 1.158 ຄັນ, ພະພຸດທະຮູບເຄື່ອງ 15 ອົງ, ປືນສັ້ນ 1 ກະບອກ, ຄອມພິວເຕີ 47 ໜ່ວຍ, ໂທລະສັບມືຖື 186 ເຄື່ອງ, ແອ 23 ໜ່ວຍ, ງົວ 18 ໂຕ, ສາຍໄຟຍາວ 1.510 ແມັດ ເເລະ ອື່ນໆ.

ເກັບກູ້ເຄື່ອງຂອງກາງໄດ້ມີ ເງິນ 983.208.000 ກີບ, ເງິນບາດ 4.767.580 ບາດ, ເງິນໂດລາ 55.800 ໂດລາ, ເງິນຢວນ 140.159 ຢວນ, ຄຳຮູບປະພັນ 85 ບາດ, ສາຍຄໍຄຳ 3 ເສັ້ນ, ປືນສັ້ນ 77 ກະບອກ ( ປືນດັດເເປງ 15 ກະບອກ) ພ້ອມລູກປືນ 844 ລູກ, ລົດຈັກ 131 ຄັນ, ລົດໃຫຍ່ 20 ຄັນ ໂທລະສັບມືຖື 173 ໜ່ວຍ, ຄອມພິວເຕີ 52 ໜ່ວຍ, ນັອດທາງລົດໄຟ 20 ອັນ, ຢາເສບຕິດ 5.122.368 ເມັດ, ຢາໄອສ໌ 38,437 ກິໂລກຣາມ ກັບ 225 ຖົງນ້ອຍ, ຢາເຄ 20 ຖົງ ກັບ 11 ເມັດ, ເຄຕາມິນ 3 ຖົງນ້ອຍ, ຢາອີ 41 ເມັດ, ໂຄເຄນ 2 ຖົງ, ເຮໂຣອິນ 10 ເເພັກ, ຝິ່ນ 1 ກຣາມ, ກັນຊາ 500 ກຣາມ ກັບ 2 ຖົງນ້ອຍ, ຢາສູບໄຟຟ້າ 13 ອັນ, ບັ້ງແກັດບັນຈຸສານໄນຕັດ 17 ບັ້ງ, ໝາກປຸມເປົ້າເປົ່າ 12 ຖົງໃຫຍ່, ສານສີເຫຼືອງ 331 ກຣາມ, ສານສີສົ້ມ 885 ກຣາມ, ແປ້ງປະສົມຢາເສບຕິດ 40 ເປົາ ແລະ ອື່ນໆ.