ຈາກເຫດນ້ຳຖ້ວມໃນປາກິດສະຖານ ມີຄົນເສຍຊີວິດແລ້ວ 1,638 ຄົນ ແລະ ໄດ້ຮັບບາດເຈັບ 12,865 ຄົນ

ໃນວັນທີ 27 ກັນຍາ 2022 ທີ່ຜ່ານມາ ສຳນັກງານຈັດການໄພພິບັດແຫ່ງຊາດຂອງປາກິດສະຖານລາຍງານວ່າ: ຈຳນວນຜູ້ເສຍຊີວິດໃນປາກິດສະຖານຈາກຝົນຕົກໜັກ ແລະ ນ້ຳຖ້ວມໃນລະດູມໍລະສຸມນີ້ ເຊິ່ງເລີ່ມແຕ່ເດືອນມິຖຸນາ ທີ່ຜ່ານມາ ເພີ່ມຂຶ້ນ ເປັນ 1,638 ຄົນ ແລະ ມີຜູ້ບາດເຈັບ 12,865 ຄົນ, ໃນບັນດາຜູ້ເສຍຊີວິດເປັນເດັກນ້ອຍ 588 ຄົນ ແລະ ເພດຍິງ 332 ຄົນ.

ແຄວ້ນສິນ ທາງພາກໃຕ້ຂອງປາກິດສະຖານ ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ມີຜູ້ເສຍຊີວິດຈຳນວນ 747 ຄົນ, ແຄວ້ນບາລູຈິສະຖານ ພາກຕາເວັນຕົກສ່ຽງໃຕ້ ເສຍຊີວິດຈຳນວນ 323 ຄົນ ແລະ ແຄ້ວນ ໄຄເບີປັດຕູນຄວາ ພາກຕາເວັນຕົກສ່ຽງເໜືອ ເສຍຊີວິດຈຳນວນ 306 ຄົນ, ນອກຈາກນັ້ນຍັງມີບ້ານເຮືອນໄດ້ຮັບຄວາມເສຍຫາຍ 2,049,532 ຫລັງ ແລະ ສັດລ້ຽງຕາຍ 1,120,261 ໂຕ ໃນຫລາຍພື້ນທີ່ຂອງປະເທດ ລວມທັງຖະໜົນຫົນທາງໄດ້ຮັບຄວາມເສຍຫາຍ 13,074 ກິໂລແມັດ ແລະ ຂົວຫັກລວມເປັນ 410 ແຫ່ງ ,ຈຳນວນຜູ້ທີ່ໄດ້ຮັບຜົນກະທົບລວມແລ້ວປະມານ 33,046,329 ຄົນ.