ຕວັກກີ ປະກາດສະຖານະການສຸກເສີນ ເປັນເວລາ 3 ເດືອນ

ວັນທີ 7 ກຸມພາ 2023, ທ່ານ ເຣເຊັບ ເທຢິບ ເອີໂດກັນ (Recep Tayyip Erdogan), ປະທານາທິບໍດີ ຕວັກກີ ປະກາດ ສະຖານະການ ສຸກເສີນ ເປັນເວລາ 3 ເດືອນ ເຊິ່ງກວມເອົາ 10 ແຂວງ ໃນພາກໃຕ້ ຂອງປະເທດທີ່ໄດ້ຮັບຄວາມເສຍຫາຍ ຢ່າງໜັກໜ່ວງ ຈາກແຜ່ນດິນໄຫວ ຮ້າຍແຮງຄັ້ງນີ້ເພື່ອເລັ່ງໃຫ້ການຊ່ວຍເຫລືອ ຈາກສູນກາງ ແລະ ທຸກພາກສ່ວນ ໃຫ້ເຂົ້າເຖິງ ປະຊາຊົນ ໃນພື້ນທີ່ ປະສົບໄພພິບັດ ໃຫ້ໄວທີ່ສຸດ ເນື່ອງຈາກ ເຮືອນປະຊາຊົນ ແລະ ສິ່ງກໍ່ສ້າງ ໄດ້ຮັບຄວາມເສຍຫາຍ ເກືອບ 6.000 ແຫ່ງ.ຂະນະນີ້ ເຈົ້າໜ້າທີ່ ທາງການ ປະກາດ ໄວ້ອາໄລ ເປັນເວລາ 7 ວັນ ແລະ ຍັງມີ 45 ປະເທດ ສະເໜີ ໃຫ້ການຊ່ວຍເຫລືອ ຕວັກກີ ຢ່າງຮີບດ່ວນ ໃນດ້ານການກູ້ໄພ ແລະ ຄົ້ນຫາ ຜູ້ສູນຫາຍຈາກເຫດການແຜ່ນດິນໄຫວຮຸນແຮງໃນຄັ້ງນີ້.
ຫລ້າສຸດ ເວລາ 10:00 ນາທີ ຂອງວັນທີ 8 ກຸມພາ 2023 ນີ້່, ມີຈຳນວນຜູ້ເສຍຊີວິດທັງໝົດ 8,394 ຄົນ ບາດເຈັບ 38,985 ຄົນ ໃນນັ້ນ ຕວັກກີ ເສຍຊີວິດ 5,894 ຄົນ, ບາດເຈັບ 34,810 ຄົນ ແລະ ຊີເຣຍ ເສຍຊີວິດ 2,500 ຄົນ, ບາດເຈັບ 4,175 ຄົນ ຄາດວ່າຕົວເລກຈະເພີ່ມຂຶ້ນສູງອີກຢ່າງຕໍ່ເນື່ອງ.

