ໂຮງໝໍມະໂຫສົດຫລັງໃໝ່ເລີ່ມລົງມືກໍ່ສ້າງແລ້ວ

ພິທີເປີດການລົງມືກໍ່ສ້າງໂຮງໝໍມະໂຫສົດຫລັງໃໝ່ ໂດຍການຊ່ວຍເຫລືອຂອງລັດຖະບານ ສປຈີນ ໄດ້ມີຂຶ້ນໃນວັນທີ 14 ທັນວານີ້ ທີ່ໂຮງໝໍດັ່ງກ່າວ, ໂດຍມີທ່ານລັດຖະມົນຕີກະຊວງສາທາລະນະສຸກ ດຣ.ບຸນກອງ ສີຫາວົງ ແລະ ທ່ານ ວາງຊີຮຸຍ ທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານທູດຈີນປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການນີ້ໄດ້ມີພິທີວາງສີລາລືກມາແລ້ວເມື່ອເດືອນພະຈິກ 2017 ຜ່ານມາ ໂດຍໄດ້ຮັບກຽດຈາກປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະທານປະເທດຈີນ ສີຈິ້ນຜິງ.
ອາຄານໂຮງໝໍມະໂຫສົດຫລັງໃໝ່ນີ້ສູງຫລາຍຊັ້ນ, ມີ 600 ຕຽງ ເປັນໂຮງໝໍທີ່ມີເຄື່ອງມືທາງການແພດທີ່ທັນສະໄໝ ເພື່ອໃຫ້ສາມາດຮອງຮັບການບໍລິການປິ່ນປົວຄົນເຈັບມີປະສິດທິພາບດີ, ໂດຍແມ່ນກຸ່ມບໍລິສັດວິສະວະກຳສາກົນຈົງຢວນຈຳກັດ (IPPR) ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຈະໃຫ້ສຳເລັດໃນບໍ່ເທົ່າໃດປີຕໍ່ໜ້ານີ້.
ໂຄງການນີ້, ເປັນອີກສັນຍາລັກປະຫວັດສາດໜຶ່ງຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ ທີ່ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

