ກອງທັບ ຕວກກີ ອາດຈະບຸກຂ້າມຊາຍແດນເຂົ້າໄປໃນ ຊີຣີ

ຮຽບຮຽງໂດຍ: ລູກເມືອງພວນ
ທະຫານ ຕວກກີ ແລະ ກຸ່ມທະຫານເສລີຂອງ ຊີຣີ ອາດຈະບຸກຂ້າມຊາຍແດນເຂົ້າໄປໃນ ຊີຣີ ເພື່ອດັບສູນກຳລັງຂອງຊາວເຄີດ- ທີ່ປຶກສາຂອງຕວກກີ ໃຫ້ຊາບ.
ທີ່ປຶກສາຂອງປະທານາທິບໍດີ ຕວກກີ Fahrettin Altun ໃຫ້ຮູ້ໃນມື້ວັນທີ 9 ຕຸລານີ້ວ່າ: “ມືປືນຂອງຊາວເຄີດ ຄວນຈະຖອຍອອກໄປໄວໆ ຖ້າຫາກຍັງຄັດຂືນກໍຈະຖືກ Ankara ຂັບໄລ່ໄຖຫົວຢ່າງແນ່ນອນ”.
ອະທິບາຍໃຫ້ຄຳວ່າ “ບໍ່ປະຖິ້ມ” ພັນທະມິດຊາວເຄີດ, ທຣຳ ກ່າວວ່າ: ຢາກເອົາສະຫະລັດອອກຈາກ “ສົງຄາມທີ່ບໍ່ສົມເຫດສົມຜົນທີ່ແກ່ຍາວ ແລະ ເພື່ອນຳເອົາສິດຜົນປະໂຫຍດມາໃຫ້ ພວກທີ່ບໍ່ມັກສະຫະລັດ”
ປະທານາທິບໍດີ ຕວກກີ Tayyip Erdogan ໄດ້ສະແດງຄວາມເປັນຫ່ວງຫຼາຍເທື່ອຫຼາຍທີ ຕໍ່ການມີໜ້າຂອງ YPG ຢູ່ ຊີຣີ, ທີ່ພວກ Ankara ຖືວ່າເປັນກຸ່ມໜຶ່ງຂອງພວກກໍ່ການຮ້າຍຂອງພັກ ກຳມະກອນຊາວເຄີດ(PKK).


