ປຶກສາຫາລື ການຮັບເອົາຄູອາສາເຂົ້າເປັນທະຫານ ແລະ ກະກຽມເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາ ຊຸດທີ 4

ວັນທີ 8 ຕຸລາ 2025 ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຄົ້ນຄວ້າເອກະພາບການຮັບເອົາຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ແລະ ການເກັບກໍາຂໍ້ມູນໂຮງຮຽນທີ່ຂາດຄູສອນ, ສະຖານທີ່ການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ນາຍ ແລະ ພົນທະຫານ ຊ່ວຍສອນຢູ່ເຂດຫ່າງໄກສອກຫລີກ ຊຸດທີ 4 ປະຈຳປີ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ປອ ນາງ ລາດາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫລຸບການຮັບເອົາຄູອາສາເຂົ້າເປັນກຳລັງປ້ອງກັນຊາດ ຊຶ່ງໄດ້ຍົກໃຫ້ເຫັນຜົນສຳເລັດໃນເບື້ອງຕົ້ນ ລວມທັງດ້ານດີ, ດ້ານຄົງຄ້າງທີ່ຈະຕ້ອງຮີບຮ້ອນໃຫ້ແກ້ໄຂ, ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ເຄື່ອນໄຫວເກັບກໍາຂໍ້ມູນ ຊຸດທີ 4 ແລະ ຜ່ານແຜນການ ແລະ ຕາຕະລາງການເຄື່ອນໄຫວເກັບກໍາຂໍ້ມູນ ຊຸດທີ 4 ໂດຍຈະເລີ່ມຈາກແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ແຂວງອັດຕະປື. ພ້ອມດຽວກັນນີ້, ແຕ່ລະພາກສ່ວນ ໄດ້ພ້ອມກັນປະກອບຄຳເຫັນໃສ່ບົດສະຫລຸບ ແລະ ຖອດຖອນບົດຮຽນໃນການຈັດຕັ້ງການເຝິກອົບຮົມໃນ 3 ຊຸດ ທີ່ຜ່ານມາ ເພື່ອເປັນພື້ນຖານ ແລະ ບ່ອນອີງໃຫ້ແກ່ການເຄື່ອນໄຫວເກັບກໍາຂໍ້ມູນ ກໍຄືການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ນາຍ ແລະ ພົນທະຫານ ຊຸດທີ 4 ໃຫ້ມີຜົນສຳເລັດຕາມແຜນການ.

ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໜັກໃຫ້ແຕ່ລະພາກສ່ວນ ຍົກສູງຄວາມຮັບຜິດຊອບ, ກະກຽມຄວາມພ້ອມໃນທຸກດ້ານເຄື່ອນໄຫວຕາມພາລະບົດບາດຂອງຕົນ ເພື່ອຮັບປະກັນໃຫ້ແກ່ການດໍາເນີນງານໃນຄັ້ງນີ້ ໄປຕາມວາລະທີ່ໄດ້ກໍານົດ ແລະ ມີຜົນສໍາເລັດ.

ທີ່ມາ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ