ເດືອນສິງຫາຜ່ານມາ ທົ່ວປະເທດມີຜູ້ເສຍຊີວິດຈາກອຸປະຕິເຫດ 66 ຄົນ

ໃນວັນທີ 3 ກັນຍາ 2021 ນີ້, ທ່ານ ພັທ ຈັນທະວີ ເພັດລາສີ ຕາງໜ້າກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານອຸປະຕິເຫດໃນທົ່ວປະເທດປະຈຳເດືອນສິງຫາ 2021 ວ່າ: ມີອຸປະຕິເຫດເກີດຂຶ້ນທັງໝົດ 357 ເລື່ອງ, ພາຫະນະເປ່ເພເສຍຫາຍ 638 ຄັນ, ມີຜູ້ໄດ້ຮັບບາດເຈັບ 488 ຄົນ ແລະ ເສຍຊີວິດ 66 ຄົນ. ທຽບໃສ່ເດືອນກໍລະກົດ ອຸປະຕິເຫດຫລຸດລົງ 71 ເລື່ອງ ແຕ່ມີຜູ້ເສຍຊີວິດເພີ່ມຂຶ້ນ 6 ຄົນ. ຄິດໄລ່ເປັນມູນຄ່າເສຍຫລາຍທັງໝົດ 5,6 ຕື້ກວ່າກີບ.
ສຳລັບແຂວງທີ່ເກີດຂຶ້ນຫລາຍທີ່ສຸດແມ່ນ ນະຄອນຫລວງວຽງຈັນ 67 ເລື່ອງ, ມີຜູ້ເສຍຊີວິດ 15 ຄົນ, ຮອງລົງມາແມ່ນ ແຂວງ ສະຫວັນນະເຂດ 44 ເລື່ອງ, ເສຍຊີວິດ 7 ຄົນ ແລະ ແຂວງ ວຽງຈັນ 41 ເລື່ອງ, ເສຍຊີວິດ 8 ຄົນ.
ສາເຫດທີ່ພາໃຫ້ເກີດສ່ວນໃຫຍ່ແມ່ນຍ້ອນຂັບຂີ່ໄວເກີນກຳນົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ນັກຂັບຂີ່ບໍ່ໃຫ້ກຽດເຊິ່ງກັນ ແລະ ກັນ ພ້ອມທັງລະເມີດລະບຽບຈະລາຈອນ, ລ່ວງປ້າຍຫ້າມ ແລະ ອື່ນໆ.
ພ້ອມນີ້, ກໍຂໍຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນຈົ່ງພ້ອມກັນປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ, ຂັບຂີ່ລົດໃຫ້ກຽດເຊິ່ງກັນ ແລະ ກັນ, ບໍ່ຂັບຂີ່ໄວເກີດກຳນົດ ແລະ ອື່ນໆ ເພື່ອຫລຸດຜ່ອນການເກີດອຸປະຕິເຫດ ແລະ ຊີວິດສັບສິນຂອງຊາດ.

