ເຈົ້າຄອງນະຄອນຫລວງວຽງຈັນ ລົງຕິດຕາມ ແລະ ມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ

ວັນທີ 3 ຕຸລາ 2025 ການນຳນະຄອນຫຼວງວຽງຈັນນຳໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນພ້ອມດ້ວຍຄະນະ ລົງມອບເຄື່ອງຊ່ວຍນໍ້າຖ້ວມໃຫ້ເມືອງໄຊທານີ ໂດຍມີ ຫ້ອງວ່າການນະຄອນຫຼວງວຽງຈັນ ກ່າວຮັບໂດຍທ່ານ ສິນລະປະກອນ ພົມມະໄຊສີ ປະທານຄະນະກຳມະການປົກຄອງເມືອງໄຊທານີພ້ອມດ້ວຍຄະນະ.

ບ້ານຫ້ວຍເຕີຍ ຫາ ບ້ານດ່ານຊ້າງ ແລະ ເຂດຂົວນໍ້າເຄັມບ້ານທ່າສະຫວ່າງ ສຳລັບເມືອງໄຊທານີ ມີບ້ານທີ່ຖືກນໍ້າຖ້ວມຈຳນວນ 8 ບ້ານ, ນໍ້າຖ້ວມຂັງຈຳນວນ 150 ຄອບຄົວ.