4 ຂໍ້ສະເໜີ ຂອງລັດຖະບານຕໍ່ກອງປະຊຸມສະພາແຫ່ງຊາດ

ວັນທີ 31 ຕຸລາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນາຕີ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການເຄື່ອນໄຫວວຽກງານພົ້ນເດັ່ນກາງສະໄໝ 5 ປີ ( 2021-2025 ) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການເຄື່ອນໄຫວວຽງງານປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກທີ 3 ຂອງບົດລາຍງານ ລັດຖະບານໄດ້ສະເໜີ 4 ຂໍ້ສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ຄື:
1. ສະເໜີກອງປະຊຸມ ພິຈາລະນາຮັບຮອງດ້ານຫຼັກການ ເອົາບັນດາຕົວເລກຄາດໝາຍທາງດ້ານເສດຖະ ກິດ-ສັງຄົມ ຂອງແຜນປີ 2024 ໂດຍສະເພາະ ຕົວເລກຄາດໝາຍອັດຕາການເຕີບໂຕທາງດ້ານເສດຖະກິດ, ຄາດໝາຍທາງດ້ານລາຍຮັບງົບປະມານ, ຄາດໝາຍດ້ານເງິນຕາ(ອັດຕາເງິນເຟີ້, ປະລິມານເງິນ M2),ຄາດໝາຍດ້ານການສຶກສາ ແລະ ສາທາລະນະສຸກ ແລະ ອື່ນໆ.
2. ສະເໜີພິຈາລະນາດ້ານຫຼັກການຕໍ່ຕົວເລກໂຄຕ້າລັດຖະກອນໃໝ່ສຳລັບປີ 2024 ໂດຍສະເໜີໂຄຕ້າ ຈຳນວນ 850 ຄົນ.
3. ສະເໜີພິຈາລະນາເພີ່ມເງິນບໍາເນັດເກັບລາຍຮັບເກີນແຜນ ຕາມຜົນການສະຫຼຸບຂາດຕົວງົບປະມານແຫ່ງລັດ ປະຈຳປີ 2022 ຈຳນວນ 1.464 ຕື້ກີບ ເພື່ອດັດແກ້ເຂົ້າໃນແຜນງົບປະມານແຫ່ງລັດ ປີ 2023 ເຮັດໃຫ້ລາຍຈ່າຍເພີ່ມຂື້ນ ຈາກ 43.498 ຕື້ກີບ ມາເປັນ 44.962 ຕື້ກີບ ເຮັດໃຫ້ການຂາດດຸນເພີ່ມຂື້ນຈາກ 5.050 ຕື້ກີບ ມາເປັນ 6.513 ຕື້ກີບ (ເພີ່ມຈາກ 2,16% ມາເປັນ 2,78% ຂອງ GDP) ແຕ່ການເພີ່ມຂື້ນຂອງການຂາດດຸນດັ່ງກ່າວ ມີແຫຼ່ງທຶນຮອງຮັບແລ້ວ;
4. ສະເໜີ ນຳໃຊ້ເງິນເກີນແຜນຂອງທ້ອງຖິ່ນ ປີ 2023 ທີ່ຄາດວ່າຈະປະຕິບັດເກີນແຜນ ມາໃຫ້ລັດ ຖະ ບານນຳໃຊ້ 50% ເພື່ອມານຳໃຊ້ໃນການຊໍາລະໜີ້ສິນເງິນກູ້ຢືມຈາກຕ່າງປະເທດທັງບໍ່ເປັນການສ້າງໜີ້ສິນໃໝ່.

