3 ເປົ້າໝາຍ ທິດທາງການພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ 5 ປີ 2026-2030

ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ການນຳສະເໜີທິດທາງການພັດທະນາຂະແໜງ ອຄ 5 ປີ 2026-2030 ຕໍ່ກອງປະຊຸມຂອງຄະນະກຳມະການດ້ານເສດຖະກິດ-ການເງິນ ປະຈຳເດືອນກັນຍາ 2025 ໃນຫົວຂໍ້ ທິດທາງແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ 05 ປີ 2026-2030 ຕາມພາລະບົດບາດໃໝ່ ໃນວັນທີ 30 ກັນຍາ 2025 ຜ່ານມານີ້ວ່າ: ແຜນພັດທະນາຂະແໜງ ອຄ 5 ປີ ໄດ້ເຊື່ອມສານໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 10 ໂດຍໄດ້ກໍານົດແຜນພັດທະນາຂະແໜງ ອຄ 5 ປີ ອອກເປັນ 3 ເປົ້າໝາຍ ຄື:
- ການພັດທະນາອຸດສາຫະກຳ (ປະກອບມີ: ອຸດສາຫະກຳປຸງແຕ່ງ, ຂະແໜງພະລັງງານ ແລະ ຂະແໜງບໍ່ແຮ່)
- ການພັດທະນາການຄ້າ ແລະ ການເຂົ້າເຖິງຕະຫລາດ (ປະກອບມີ: ນະໂຍບາຍການຄ້າ, ໂຄງລ່າງພື້ນຖານດ້ານຄຸນນະພາບ, ແລະ ວຽກງານຊັບສິນທາງປັນຍາ)
- ການພັດທະນາວິສາຫະກິດ ແລະ ພາກເອກະຊົນ (ປະກອບມີ: ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍແກ່ທຸລະກິດ, ຍົກລະດັບຄວາມສາມາດການແຂ່ງຂັນຂອງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຜູ້ປະກອບການ ແລະ ລັດວິສາຫະກິດ), ຊຶ່ງແຕ່ລະເປົ້າໝາຍ ຈະມີແຜນງານ, ແຜນການ, ແຜນກິດຈະກຳ ໂດຍແຍກອອກເປັນ ວຽກສຳຄັນ, ວຽກບູລິມະສິດ ແລະ ວຽກຈຸດສຸມ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ບັນລຸຕາມເປົ້າໝາຍ.
ທີ່ມາ: ຂ່າວສານອຸດສາຫະກຳ ແລະ ການຄ້າ

