ຫາລື ແກ້ໄຂບັນຫາໂຄງການລົດເມດ່ວນ BRT ເພື່ອກໍ່ສ້າງສໍາເລັດຕາມແຜນ

ກອງປະຊຸມຄະນະຊີ້ນຳໂຄງການ ລົດເມດ່ວນ BRT ໄດ້ຈັດຂຶ້ນ ວັນທີ 29 ກັນຍາ 2025 ຢູ່ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຮ່ວມຂອງທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ອາດສະພັງ ສີພັນດອນ ເຈົ້າຄອງ ນວ ມີຮອງເຈົ້າຄອງ ນວ ຜູ້ຕາງໜ້າຈາກ ກະຊວງ ພະແນກການ ເມືອງ ຄະນະຊີ້ນຳໂຄງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອຮ່ວມກັນປຶກສາຫາລື ວິທີການແກ້ໄຂ ບັນຫາຂໍ້ຫຍຸ້ງຍາກ ຄົງຄ້າງ ຂອງໂຄງການ ເພື່ອໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດໃຫ້ສາມາດດຳເນີນໄປໄດ້ຕາມແຜນການ ແລະ ມີຜົນສຳເລັດໄດ້ໂດຍໄວເຊິ່ງໂຄງການນີ້ເປັນໂຄງການທີ່ສຳຄັນ ໃນການແກ້ໄຂບັນຫາລົດຕິດ ເນື່ອງຈາກປະຈຸບັນອັດຕາສ່ວນລົດໃຫຍ່ແມ່ນນັບມື້ນັບນັບເພີ່ມຂຶ້ນຫຼາຍໂດຍສະເພາະແມ່ນ ນະຄອນຫຼວງວຽງຈັນ ເຮັດໃຫ້ເກີດການສັນຈອນແອອັດໃນຊ່ວງເວລາເລັ່ງດ່ວນ ເປັນຂໍ້ຫຍຸ້ງ ຍາກໃນການດຳລົງຊີວິດຕົວຈິງ ດັ່ງນັ້ນເພື່ອໃຫ້ໂຄງການບັນລຸໄດ້ຜົນສຳເລັດ ເນັ້ນໃຫ້ຜູ້ຮັບຜິດຊອບໂຄງການເອົາໃຈໃສ່ຈັດຕັ້ງປະຕິບັດເລັ່ງມືໃນການກໍ່ສ້າງ ທັງເວັນທັງຄືນ ເພື່ອໃຫ້ສາມາດເປີດທົດລອງການນຳໃຊ້ໄດ້ຕາມເປົ້າໝາຍ.
ທ່ານເຈົ້າຄອງ ນວ ກ່າວວ່າ: ໂຄງການລົດເມດ່ວນ ເປັນໂຄງການໃໝ່ທີ່ຫາກໍ່ເກີດຂຶ້ນເຮັດ ຫຼາຍພາກສ່ວນໃນສັງຄົມຍັງບໍ່ມີຄວາມເຂົ້າໃຈຕໍ່ຈຸດປະສົງການກໍ່ສ້າງ ການນຳໃຊ້ ເຮັດໃຫ້ເປັນຂອດຫຍຸ້ງຍາກໜຶ່ງໃນການຈັດຕັ້ງປະຕິບັດ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນໃນການສ້າງຈິດສຳນຶກໃຫ້ທຸກພາກສ່ວນຫັນມາຊົມໃຊ້ລົດສາທາລະນະ ຫລຸດຜ່ອນການໃຊ້ລົດສ່ວນຕົວ ເພື່ອປະຢັດນ້ຳມັນ ປະຢັດລາຍຈ່າຍ ເປັນການປະກອບສ່ວນຮັກສາສິ່ງແວດລ້ອມ ເພື່ອໃຫ້ໂຄງການດັ່ງກ່າວສຳເລັດໄດ້ໂດຍໄວ ຕ້ອງໄດ້ເອົາໃຈໃສ່ໃນການແກ້ໄຂສີ່ງກີດຂວາງ ເທີບເງີບ ທີ່ເປັນຂໍ້ຫຍຸ້ງຍາກໃນການສັນຈອນຢູ່ຕາມບັນດາເສັ້ນທາງ ພ້ອມດຽວກັນນັ້ນ ກອງປະຊຸມຄັ້ງນີ້ ຢາກໃຫ້ບັນດາພາກສ່ວນທີ່ເຂົ້າຮ່ວມໄດ້ປຶກສາຫາລືກັບກ່ຽວກັບຂໍ້ຄົງຄ້າງໃນການດຳເນີນໂຄງການໄລຍະຜ່ານມາ ແລະ ຂໍ້ສະເໜີ ຂອງຜູ້ໃຫ້ທຶນກູ້ຢຶມ ເພື່ອໄດ້ມີການຈັດຕັ້ງປະຕິບັດ ທີ່ຈະສ້າງເງື່ອນໄຂອຳນວຍຄວາມສະດວກແກ່ຜູ້ທີ່ຈະມາໃຊ້ບໍລິການ ທັງເອົາໃຈໃສ່ໃນການໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ຄວາມໝາຍ ຄວາມສຳຄັນຂອງໂຄງການໃຫ້ໄດ້ຢ່າງກວ້າງຂວາງ. ພ້ອມສະເໜີກອງປະຊຸມຄົ້ນຄວ້າຄືນ 5 ບັນຫາເພື່ອພ້ອມກັນປະກອບຄຳຄິດຄຳເຫັນໃສ່ໃຫ້ມີຄວາມເປັນເກະພາບໃນການຈັດຕັ້ງປະຕິບັດ ເປັນ ຕົ້ນ ສິ່ງອຳນວຍຄວາມສະດວກໃຫ້ແກ່ຜູ້ມາໃຊ້ບໍລິການ ໃນນັ້ນ ການຈັນສັນບ່ອນຈອດລົດ ການໃຫ້ບໍລິການລົດໂດຍສານຢູ່ທາງຮ່ອມທາງຊອຍ ການຂະຫຍາຍເສັ້ນທາງຮັບສົ່ງຜູ້ໂດຍສານໃຫ້ທົ່ວເຖິງ ແລະ ອື່ນໆ. ດັ່ງນັ້ນ, ຮຽກຮ້ອງໃຫ້ທຸກພາກສ່ວນທີ່ເຂົ້າ ຮ່ວມເປັນເຈົ້າການຮ່ວມກັນ ຄົ້ນຄວ້າ ພິຈາລະນາທຸກບັນຫາຮ່ວມກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດຳເນີນໄປດ້ວຍຜົນສຳເລັດໂດຍໄວ.
ປະຈຸບັນ, ການກໍ່ສ້າງໂຄງການBRT ແມ່ນມີຄວາມຄືບໜ້າແລ້ວ 88% ສຳລັບການຈັດຕັ້ງປະຕິບັດຕາມແຈ້ງການ 23268/ຍທຂ ລົງວັນທີ 26 ກັນຍາ 2025 ພະແນກ ຍທຂ ນວ ຮຽກປະຊຸມຄະນະຮັບຜິດຊອບໂຄງການ ຊ່ຽວຊານ ແລະ ບໍລິສັດຮັບເໝົາກໍ່ສ້າງໃນວັນທີ 27 ໄດ້ເລີ່ມຮື້ຄູກັນຂອບທາງ ຖະໜົນເສດຖາທິລາດ (ຫໍຄຳ ຫາ ແຍກມະໂຫສົດ) ຄວາມຍາວ 400 ແມັດ ຖະໜົນດົງໂດກ (ແຍກໄຟອຳນາດ 450 ຫາ ໜ້າທາງເຂົ້າ ມະຫາວິທະຍາໄລແຫ່ງຊາດ) ຍາວ 2.400 ແມັດເຊິ່ງຈະໃຫ້ສຳເລັດໃນໄວໆນີ້ ສ່ວນການຮື້ຖອນສະຖານີ BRT ຢູ່ໜ້າໂຮງແຮມໂກຊີ ແລະ ເຂດວັດຫາຍໂສກ ແມ່ນໄດ້ເລີ່ມຮື້ຖອນໃນວັນທີ 28 ກັນຍາ ທັງສອງຈຸດແມ່ນຈະໃຫ້ສຳເລັດພາຍໃນ 10 ວັນ.
ທີ່ມາ: ໜັງສືພິມວຽງຈັນໃໝ່

