ສື່ມວນຊົນແລກປ່ຽນບົດຮຽນການເຮັດຂ່າວຕ້ານພະຍາດໂຄວິດ-19

ເຊົ້າວັນທີ 5 ສິງຫານີ້ ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການເຮັດຂ່າວຕ້ານພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງສຳນັກຂ່າວຕ່າງໆຂອງລາວ.
ຫົວໜ້າສູນສື່ສານສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ກ່າວວ່າ: ກອງປະຊຸມຄັ້ງນີ້ເພື່ອໃຫ້ສື່ມວນຊົນໄດ້ເຂົ້າໃຈຕື່ມກ່ຽວກັບສະພາບ ແລະ ການລາຍງານຂ່າວກ່ຽວກັບພະຍາດໂຄວິດ-19 ໃນລາວ ແລະ ຕ່າງປະເທດໃນປັດຈຸບັນ ເພື່ອຮັບປະກັນໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ, ທັນເວລາ ແລະ ຄົນບໍ່ມີຄວາມແຕກຕື່ນ.

