ຈີນພັດທະນາ “ວັກຊີນຄວບສອງ” ຕ້ານໄດ້ທັງ “ໂຄວິດ-ໄຂ້ຫວັດສັດປີກ”

ຄະນະນັກວິໄຈຈາກມະຫາວິທະຍາໄລຟູ່ຕັ້ນ ໃນນະຄອນຊຽງໄຮ້ ທາງຕາເວັນອອກຂອງຈີນ ເປີດເຜີຍການພັດທະນາວັກຊີນຊະນິດໃໝ່ທີ່ສາມາດປ້ອງກັນໄດ້ທັງພະຍາດໂຄວິດ-19 ແລະ ເຊື້ອໄວຣັສໄຂ້ຫວັດສັດປີກ ເຊິ່ງປະສົບຜົນສຳເລັດໃນຂັ້ນຕອນການທົດລອງກັບໜູ.

ວັນທີ 8 ມີນາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ບົດຄວາມທີ່ເຜີຍແພ່ໃນວາລະສານ ເຈີນັລ ອອຟ ໄວໂຣໂລຈີ (Journal of Virology) ລະບຸວ່າ: ບັນດານັກວິໄຈຂອງມະຫາວິທະຍາໄລຟູ່ຕັ້ນ ອອກແບບອິມມູໂນເຈນ (immunogen) ຫລື ສານກະຕຸ້ນໃຫ້ເກີດການຕອບສະໜອງທາງພູມຕ້ານທານ ດ້ວຍການລວມຕຳແໜ່ງຕົວຮັບ-ຕົວຍຶດເກາະຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ເຂົ້າກັບສ່ວນກ້ານຂອງໄກລໂຄໂປຣຕີນ ຊະນິດເຮແມກກູຕິນິນ ຂອງເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H7N9 ໂດຍໃຊ້ອະດິໂນໄວຣັສໃນລີງຊິມແປນຊີ ເປັນຕົວນຳພາ.

ວັກຊີນດັ່ງກ່າວມີຊື່ວ່າ: ເອດີຊີ 68-ຊີໂອວີ/ຟລູ (AdC68-CoV/Flu) ເຮັດໜ້າທີ່ກະຕຸ້ນແອນຕິບໍດີຕ້ານພະຍາດໂຄວິດ-19 ແລະ ແອນຕິບໍດີຕ້ານເຊື້ອໄວຣັສໄຂ້ຫວັດສັດປີກໄດ້ຢ່າງມີປະສິດທິພາບ ຈຶ່ງປ້ອງກັນທັງການຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເຊິ່ງລວມທັງເຊື້ອໄວຣັສຊະນິດກາຍພັນ ແລະ ເຊື້ອໄວຣັສໄຂ້ຫວັດສັດປີກສາຍພັນ H7N9.

H7N9 ເປັນເຊື້ອໄວຣັສໄຂ້ຫວັດສັດປີກສາຍພັນທຳອິດ ທີ່ມີລາຍງານການແພ່ສູ່ມະນຸດໃນປະເທດຈີນ ໃນເດືອນມີນາ 2013 ໂດຍມີທ່າອ່ຽງລະບາດຫລາຍທີ່ສຸດໃນລະດູໜາວ ແລະ ລະດູໃບໄມ້ປົ່ງ.

ທັງນີ້, ຜົນການສຶກສາບົ່ງຊີ້ວ່າ: ວັກຊີນເບື້ອງຕົ້ນອາດມີປະສິດທິພາບຄວບຄຸມການລະບາດໃຫຍ່ຂອງເຊື້ອໄວຣັສ ທີ່ກໍ່ໃຫ້ເກີດພະຍາດໃນລະບົບທາງເດີນຫາຍໃຈ.

ອ້າງອີງ:

จีนพัฒนา “วัคซีนควบสอง” ต้านได้ทั้ง “โควิด-ไข้หวัดนก”