ສະພາອິດສະລາແອນຜ່ານຮ່າງກົດໝາຍ ນິຍາມປະເທດເປັນລັດຊາດຂອງຊາວຢິວ

ສະພາອິດສະລາແອນຜ່ານຮ່າງກົດໝາຍນິຍາມປະເທດອິດສະລາແອນວ່າເປັນລັດຊາດຂອງຊາວຢິວ, ຫລັງຈາກຖົກຖຽງກັນຢ່າງເຜັດຮ້ອນ. ສະມາຊິກສະພາຊາວອາຣັບ ແລະ ປາແລັສຕິນ ຕຳໜິວ່າເປັນກົດໝາຍຢຽດຜິວ ແລະ ເຮັດໃຫ້ການຖືຜິວເປັນສິ່ງຖືກກົດໝາຍ.
ຮ່າງກົດໝາຍທີ່ຜ່ານຄວາມເຫັນພ້ອມຈາກສະພາຄາເນສເຊັດດ້ວຍຄະແນນ 62 ຕໍ່ 55 ສຽງ ໃນວັນທີ 19 ກໍລະກົດນີ້ ເປັນສ່ວນໜຶ່ງໃນກົດໝາຍພື້ນຖານທີ່ເປັນຄືລັດຖະທຳມະນູນອິດສະລາແອນ ກຳນົດໃຫ້ຮິບຣູເປັນພາສາປະຈຳຊາດ, ສ່ວນພາສາອາຣັບທີ່ເຄີຍເປັນພາສາທາງການຖືກຫລຸດໄປເປັນພາສາທີ່ມີສະຖານະພິເສດ. ນິຍາມການຕັ້ງຊຸມຊົນຊາວຢິວວ່າເປັນຜົນປະໂຫຍດຂອງປະເທດ. ກ່າວເຖິງອິດສະລາແອນວ່າເປັນມາຕຸພູມປະຫວັດສາດຂອງຊາວຢິວ ແລະ ລະບຸວ່າ: ຊາວຢິວມີສິດກຳນົດອະນາຄົດຂອງຕົນເອງໃນອິດສະລາແອນ, ສ່ວນມາດຕາທີ່ເຈາະຈົງໃຫ້ການຕັ້ງຊຸມຊົນສະເພາະຊາວຢິວເປັນສິ່ງຖືກກົດໝາຍຖືກສະມາຊິກສະພາ ແລະ ປະທານາທິບໍດີວິພາກວິຈານຢ່າງໜັກ ຈົນຕ້ອງມີການແກ້ໄຂ. ອິດສະລາແອນມີປະຊາກອນຫລາຍກວ່າ 8 ລ້ານຄົນ ສ່ວນຫລາຍເປັນຊາວຢິວ ແລະ 18,5% ເປັນຊາວອາຣັບ.
ນາຍົກລັດຖະມົນຕີ ເບນຢາມິນ ເນຕັນຢາຮູ ກ່າວຫລັງສະພາຜ່ານຮ່າງກົດໝາຍທີ່ລັດຖະບານຝ່າຍຂວາຂອງທ່ານສະໜັບສະໜູນວ່າ: ເປັນໄລຍະເວລາສຳຄັນໃນປະຫວັດສາດລັດອິດສະລາແອນທີ່ມີການຈາລຶກເລື່ອງພາສາ, ເພງຊາດ ແລະ ທຸງຊາດ. ຫົວໜ້າພັນທະມິດພັກອາຣັບໃນອິດສະລາແອນປະນາມວ່າ: ເປັນວາລະສຸດທ້າຍຂອງປະຊາທິປະໄຕອິດສະລາແອນ, ສະມາຊິກສະພາອາຣັບພາກັນຈີກສຳເນົາຮ່າງກົດໝາຍກາງສະພາ. ຂະນະທີ່ ເລຂາທິການອົງການປົດປ່ອຍປາແລັສຕິນຊີ້ວ່າ: ເປັນກົດໝາຍຢຽດຜິວ ແລະ ອັນຕະລາຍ, ແຕ່ສະມາຊິກສະພາພັກລິຄຸດຂອງນາຍົກລັດຖະມົນຕີ ເນຕັນຢາຮູ ກ່າວວ່າ: ເປັນກົດໝາຍປົກປ້ອງສະຖານະພາບອິດສະລາແອນໃນຖານະລັດຊາວຢິວ ແລະ ປະຊາທິປະໄຕ.

