ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຮັກສາການ ຮອງຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບຣັດເຊຍ

ວັນທີ 24 ກັນຍາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ພັນເອກ ອີວານ ຕາຣາເຢັບ ຮັກສາການ ຮອງຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບຣັດເຊຍ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຮ່ວມຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ທີ່ ກອງທັບປະຊາຊົນລາວເປັນເຈົ້າພາບ.

ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຕີລາຄາສູງ ຕໍ່ ສະຫາຍ ຮັກສາການ ຮອງຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບຣັດເຊຍ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນ ການຮ່ວມມື ລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ທີ່ມີມາແຕ່ດົນນານ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

ສະຫາຍ ພັນເອກ ອີວານ ຕາຣາເຢັບ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງ ລາຍງານການມາຮ່ວມຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ທີ່ ກອງທັບປະຊາຊົນລາວ ເປັນເຈົ້າພາບ ໃນຄັ້ງນີ້ ໃຫ້ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ຮັບຊາບ ເພື່ອເປັນການຈັດຕັ້ງຜັນຂະຫຍາຍໝາກຜົນ ແຫ່ງ ການພົວພັນຮ່ວມມື ຂອງສອງກອງທັບ ໃຫ້ປະກົດຜົນເປັນຈິງ ແລະ ແຕກດອກອອກຜົນ ຈະເລີນງອກງາມຍິ່ງໆ ຂຶ້ນ.

ທີ່ມາ: Lao people’s Army News