ທະນາຄານໂລກຫລຸດຕົວເລກ ການເຕີບໃຫຍ່ເສດຖະກິດໂລກ ຈາກບັນຫາການຄ້າຈີນ-ອາເມລິກາ

ທະນາຄານໂລກອອກລາຍງານທ່າອ່ຽງເສດຖະກິດເຄິ່ງປີທຳອິດ 2019 ເປີດເຜີຍການເຕີບໃຫຍ່ຂອງເສດຖະກິດໂລກຈະຂະຫຍາຍຕົວຊ້າ ເນື່ອງຈາກບັນຫາການຄ້າລະຫວ່າງຈີນກັບອາເມລິກາທີ່ສົ່ງຜົນຕໍ່ຄວາມເຊື່ອໝັ້ນທາງເສດຖະກິດ.
ທະນາຄານໂລກຖະແຫລງປັບຫລຸດຕົວເລກທ່າອ່ຽງລວມຍອດຜະລິດຕະພັນພາຍໃນ (GDP) ທົ່ວໂລກມາຢູ່ 2,9% ໃນປີນີ້ ແລະ 2,8% ໃນປີ 2020 ເຊິ່ງຖືວ່າຕໍ່າກວ່າການຄາດຄະເນໄວ້, ແຕ່ເຕືອນວ່າຄວາມສ່ຽງຈະເພີ່ມຂຶ້ນອີກ ແລະ ເຕືອນຄະນະຜູ້ວາງແຜນນະໂຍບາຍເສດຖະກິດໃຫ້ກຽມຮັບມືກັບມໍລະສຸມທາງເສດຖະກິດທີ່ຈະເກີດຂຶ້ນ. ລາຍງານທ່າອ່ຽງເສດຖະກິດໂລກຂອງທະນາຄານໂລກຄາດວ່າ: ການເຕີບໃຫຍ່ທາງເສດຖະກິດຂອງອາເມລິກາຈະຂະຫຍາຍຕົວຊ້າໃນປີນີ້ລົງມາຢູ່ 2,5% ຈາກ 2,9% ໃນປີ 2018 ແລະ ຈະຫລຸດລົງໄປອີກໃນປີໜ້າຈົນຮອດ 1,7%, ສ່ວນເສດຖະກິດຈີນມີທ່າອ່ຽງຂະຫຍາຍຕົວຊ້າເຊັ່ນກັນທ່າມກາງຂໍ້ຂັດແຍ່ງທາງການຄ້າ ຈີນ-ອາເມລິກາ ໂດຍອາດຂະຫຍາຍຕົວຊ້າລົງມາຢູ່ 6,2% ໃນປີນີ້ ແລະ ປີໜ້າ. ຂະນະທີ່ທ່າອ່ຽງການເຕີບໃຫຍ່ທົ່ວໂລກຍັງມີຢູ່ ແຕ່ບັນຫາທີ່ເກີດຂຶ້ນຈະສົ່ງຜົນກະທົບ ຫລື ບໍ່ນັ້ນ ຂຶ້ນຢູ່ກັບຜູ້ກຳນົດນະໂຍບາຍເສດຖະກິດວ່າຈະມີແຜນຮັບມືໄດ້ດີແນວໃດ.

