
ມິດສາຊີບ ຮູບບແບບໃໝ່ ກັບລະບົບຄວາມປອດໄພທີ່ຍັງບໍ່ຮັບປະກັນ
ໂດຍ: ປ.ປັດເຈກ
ຕະຫຼອດໄລຍະຫຼາຍປີຜ່ານມາ ມິດສາຊີບໄດ້ພັດທະນາຮູບແບບການໃນຫຼອກລວງ ແລະ ສໍ້ໂກງສັງຄົມໄປໜ້າເລື້ອຍໆ ຕັ້ງແຕ່ລະດັບງ່າຍໆ ໄປສູ່ລະດັບຍາກ ເລື່ອງນີ້ຄົນຮູ້ທັນ ກໍພັດທະນາໄປເລືອງໃໝ່ ແຕ່ທຸກເລື່ອງທີ່ພວກເຂົາຄິດຄົ້ນຂຶ້ນມາ ລ້ວນແລ້ວແຕ່ສ້າງຄວາມເສຍຫາຍ ເປັນໄພອັນຕະລາຍແກ່ເງິນໃນບັນຊີຂອງສັງຄົມ.
ເລື່ອງງ່າຍໆທີ່ພວກເຂົາໃຊ້ເຊັ່ນ ການເປັນກູ້ໄພ ເປີດຮັບບໍລິຈາກ ຂໍຄວາມຊ່ວຍເຫຼືອຈາກສັງຄົມ, ຮູບແບບຂາຍເຄື່ອງບໍ່ກົງປົກ, ຂາຍເຄື່ອງອອນລາຍ ໂອນເງິນແລ້ວບລັອກ ເມື່ອຄົນຮູ້ຫຼາຍໆຂຶ້ນກໍພັດທະນາໄປຮູບແບບຝາກເຄື່ອງມາໃຫ້ແຕ່ຕ່າງປະເທດແລ້ວຍົວະໃຫ້ໂອນເງິນຄ່າຝາກ, ຕົວະຍົວະໄປໃນທາງຊູ້ສາວ ຫຼົງເຊື່ອອກໍໂອນໄປໃຫ້ເຂົາ ແລະ ລະດັບຍາກ ແລະ ຊັບຊ້ອນຂຶ້ນເຊັ່ນການໃຊ້ລະບົບແຮັກເກີ ເຊັ່ນ ແຮັກເຟສບຸກ ຫຼື ວອດແອັບ ແລ້ວແຊັດໄປຢືມເງິນນຳໝູ່ເພື່ອນ ຄົນຄອບຄົວ. ນອກນີ້ຍັງມີໃນຮູບແບບປ່ອຍເງິນກູ້ອອນລາຍ ແລ້ວໃຫ້ເສຍຄ່າທຳນຽມ ແລະ ໃຫ້ໂຊກໃຫ້ລາງວັນຕ່າງໆ ເຊິ່ງມີຄົນຫຼົງເຊື່ອຈຳນວນ.
ວິທີການທີ່ມິດສາຊີບໃຊ້ ເບິ່ງຄືໂງ່ໆແບບພື້ນໆ ອາດຈະບໍ່ໄດ້ທຸກໆຄົນ ແຕ່ຖ້າຫາກສາມາດເຈາະຂໍ້ມູນໄດ້ 1 ໃນ 10 ທີ່ພວກເຂົາພະຍາມ ກໍອາດສ້າງວາມເສຍຫາຍໄດ້ຈຳນວນຫຼາຍ ໂດຍສະເພາະກັບຄົນທີ່ບໍ່ຄ່ອຍໄດ້ອັບເດດຂໍ້ມູນປ້ອງກັນ, ຄົນເຊື່ອງ່າຍ ແລະ ຄົນທີ່ມີຄວາມໂລບມາກໂລພາ ມັກຈະຕົກເປັນເຫຍື່ອຂອງພວກເຂົາ.
ເຫດການ ແລະ ຮູບການຫຼ້າສຸດ ອັນເປັນທີ່ຟົດຟື້ນຕາມໜ້າສື່ອອນລາຍ ເຊັ່ນ ມີເບີປິດສະໜາໂທເຂົ້າໄປຍັງຜູ້ໃຊ້ບໍລິການເຄືອຂ່າຍ ອ້າງເຫດຜົນເປັນສາຍຈາກທະນາຄານແຈ້ງມາຍັງຜູ້ຖືບັນຊີ ວ່າບັນຊີຖືກອາຍັດຈິ່ງຂໍຂໍ້ມູນເພື່ອເປີດບໍລິການອີກຄັ້ງ, ບາງກໍລະນີສົ່ງແອັບພິເສດໃຫ້ເພື່ອຕື່ມຂໍ້ມູນ ສະແກນໜ້າ ແຈ້ງປະຫວັດສ່ວນຕົວເຊັ່ນ ເລກບັດປະຊາຊົນ ວັນເດືອນປີເກີດ ລະຫັດທຸລະກຳຕ່າງໆ ບາງກໍລະນີໂທມາເພື່ອແຈ້ງວ່າໝາຍເລກໂທລະສັບນັ້ນໝົດອາຍຸການນຳໃຊ້ ໂດຍໃຫ້ໂອນເງິນເພື່ອຕໍ່ອາຍຸ ບາງກໍລະນີກໍບອກວ່າຜູ້ໃຊ້ ໄດ້ຮັບລາງວັນລາຄາແພງຈິ່ງຂໍຂໍ້ມູນເພື່ອມອບຮັບ.
ຕໍ່ສະພາບບັນຫາດັ່ງກ່າວທາງບໍລິສັດໂທລະຄົມໄດ້ອອກແຈ້ງການເພື່ອເຕືອນຜູ້ໃຊ້ບໍລິການວ່າ ທາງບໍລິສັດບໍ່ມີນະໂຍບາຍສົ່ງ “WhatsApp” ຫາລູກຄ້າລົງທະບຽນເບີ (KYC) ບໍ່ມີການແນບລິ້ງໃຫ້ຜູ້ໃຊ້ບໍລິການກອກຂໍ້ມູນແຕ່ຢ່າງໃດ ຊ່ອງທາງຕິດຕໍ່ມີພຽງສູນບໍລິການເທົ່ານັ້ນ ໂດຍບໍ່ເສຍຄ່າ.
ຈາກເຫດການ, ປາກົດການ ແລະ ຜົນກະທົບ ໄດ້ແພ່ລາມຢ່າງກວ້າງ ຊຶ່ງພວກເຮົາຈະໂທດແຕ່ສັງຄົມວ່າພວກເຂົາເຫຼົ່ານັ້ນຂາດຄວາມຮູ້ ແລະ ມີຄວາມໂລບ ກໍເໝືອນວ່າໂຍນຄວາມຜິດແລ້ວບໍ່ມີພາກສ່ວນໃດຮັບຜິດຊອບດ້ານຄວາມປອດໄພເລີຍກໍບໍ່ໄດ້. ສັງຄົມ ຫຼື ຜູ້ບໍລິໂພກ ແມ່ນຕ້ອງໄດ້ຮັບຄຸ້ມຄອງຄວາມປອດໄພຈາກຜູ້ໃຫ້ບໍລິການ ແລະ ພາກສ່ວນກ່ຽວຂ້ອງ ຊຶ່ງພວກເຮົາໃນສັງຄົມເປັນຜູ້ປະກອບສ່ວນໃນກອງທຶນນັ້ນ ໂດຍສະເພາະ ການເກັບຄ່າຮັກສາຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3,000 ກີບຕໍ່ເດືອນ.
ແຕ່ບັນຫາມິດສາຊີບບໍ່ໄດ້ໝົດໄປຈາກສັງຄົມລາວເປັນຫຍັງຈຶ່ງມີກຸ່ມເເກ້ງສໍ້ໂກງທາງໂທລະຄົມ ຫລື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອໂທມາລົບກວນ ຊຶ່ງບັນຫານີ້ ທ່ານ ປະລິນຍາ ພົມມະວິເສດ ຮັກສາການຫົວໜ້າກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ເເລະ ການຫັນເປັນດິຈີຕອນ ກະຊວງເຕັກໂນໂລຊີເເລະການສື່ສານ ຊີ້ແຈງວ່າ: ຕໍ່ບັນຫານີ້ອາດປາສະຈາກບໍ່ໄດ້ ເນື່ອງຈາກວ່າບັນດາກຸ່ມຄົນເຫລົ່ານີີ້ໄດ້ຊອກຫາທຸກຊ່ອງທາງເພື່ອຫວັງສ້າງຄວາມບໍ່ສະຫງົບໃນສັງຄົມບໍ່ວ່າຈະຢູ່ປະເທດທີ່ຈະເລີນເເລ້ວກໍ່ມີເຫດການລັກສະນະນີ້ເກີດຂຶ້ນເຊັ່ນດຽວກັນ.
ເເຕ່ໄລຍະຜ່ານມາໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເເຈ້ງໄປຫາບັນດາທະນາຄານ ເເລະ ບໍລິສັດເຊົ່າສິນເຊື່ອໃຫ້ຢຸດຕິການໂທໄປລົບກວນຜູ້ຊົມໃຊ້, ສ່ວນການຮັກສາຄວາມປອດໄພຈາກກຸ່ມແກ້ງຄໍເຊັນເຕີນັ້ນ ປັດຈຸບັນໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງໂດຍສະເພາະກະຊວງປ້ອງກັນຄວາມສະຫງົບ, ສູນອິນເຕີເນັດເເຫ່ງຊາດ ຈະສ້າງຕັ້ງສູນຮັບເເຈ້ງຄວາມຕ້ານການເຮັດທຸລະກໍາຄວາມປອດໄພທາງໄຊເບີ ຂຶ້ນມາເພື່ອສະກັດກັ້ນບັນຫາຕ່າງໆທີ່ອາດຈະເກີດຂຶ້ນທາງໂທລະຄົມໄດ້ຢ່າງທັນການ.
ຢ່າງໃດກໍຕາມດ້ວຍຄວາມຫວັງຂອງປະຊາຊົນ ແລະ ເປົ້າໝາຍໃຫຍ່ຂອງພາກລັດຈະ ພັດທະນາລະບົບເຝົ້າລະວັງ ແລະ ສ້າງຕັ້ງສູນຮັບເເຈ້ງຄວາມການເຮັດທຸລະກຳຄວາມປອດໄພທາງໄຊເບີ ເພື່ອສະກັດບັນຫາໃຫ້ທັນການ. ເໜືອສິ່ງອື່ນໃດປາກົດການນີ້ ແມ່ນບອກໃຫ້ຜູ້ໃຊ້ບໍລິການຄວນມີສະຕິໃນການພິຈາລະນາຢ່າງລະອຽດຮອບຄອບ ຊັ່ງຊາເຫດຜົນຢ່າງຮອບດ້ານ ກ່ອນຈະຕັດສິນໃຈລົງໄປ ສຳລັບຜູ້ສູງອາຍຸ, ລູກຫຼານທີ່ຍັງນ້ອຍຄວນໃຫ້ການຕິດຕາມ ປຶກສາຢ່າງໃກ້ຊິດ ເພື່ອບໍ່ຕົກເປັນເຫຍື່ອຂອງມິດສາຊີບດັ່ງກ່າວ.

