ສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ແລະ ອອກໂຮງໝໍເພີ່ມ 33 ກໍລະນີ

ຕອນແລງວັນທີ 27 ສິງຫາ 2021,  ແຂວງສະຫວັນນະເຂດ ໄດ້ມີພິທີມອບ–ສົ່ງຜູ້ຕິດເຊື້ອໂຄວິດ-19 ທີ່ສາມາດປິ່ນປົວດີ ແລະ ກັບບ້ານໄດ້ຕື່ມອີກ ຈຳນວນ 33 ກໍລະນີ. ເຊິ່ງມາຮອດວັນທີ 27 ສິງຫານີ້ແມ່ນມີຜູ້ຕິດເຊື້ອສະສົມ 4.991 ຄົນ, ຍັງຄັ້ງສູນປິ່ນປົວ 2.381 ຄົນ, ປິ່ນປົວດີແລ້ວ 2.610 ຄົນ, ຍິງ 1.326 ຄົນ ແລະ ເສຍຊີວິດ 4 ຄົນ.

ໃນພິທີດັ່ງກ່າວທີມແພດປິ່ນປົວ ໄດ້ກ່າວຕໍ່ໍ່ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວວ່າ: ພາຍຫລັງທີ່ກັບເມືອບ້ານແລ້ວຕ້ອງໄດ້ມີການສືບຕໍ່ແຍກປ່ຽວຈຳກັດບໍລິເວນຕົນເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູ ຫລື ເຈວຂ້າເຊື້ອ ເປັນປະຈໍາ ແລະ ຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດໜຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ, ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ (New normal) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.