ເສດຖີອັນດັບ 3 ຂອງຈີນ ຜູ້ເລີ່ມຈາກການລ້ຽງໝູຈົນລວຍ

ຢ້ອນກັບໄປໃນປີ 1992, Qin Yinglin ແລະ ເມຍ ເຊິ່ງຮຽນຈົບສາຂາການລ້ຽງສັດໝົດທັງສອງ ຕັດສິນໃຈເລີ່ມຕົ້ນເຮັດຟາມລ້ຽງໝູນ້ອຍໆຂຶ້ນຢູ່ມົນທົນເຫີໜານ. ໃນຕອນນັ້ນ ພວກເຂົາມີລູກໝູປະມານ 22 ໂຕ.
ຫລັງຈາກເລີ່ມເຮັດຟາມໄດ້ບໍ່ດົນ ເກີດພະຍາດລະບາດຂຶ້ນພໍດີ ແລ້ວຟາມຂອງລາວກໍຖືກພະຍາດດັ່ງກ່າວໂຈມຕີ. ລູກໝູຢູ່ຟາມຕາຍໄປເກີນເຄິ່ງ ຍັງໂຊກດີທີ່ບາງໂຕສາມາດລອດຊີວິດ ແລະ ເຕີບໃຫຍ່ຂຶ້ນມາຂາຍສ້າງກຳລັງໄດ້. ເຖິງວ່າຈະໄດ້ກຳໄລໜ້ອຍລົງ ແຕ່ມັນກໍສ້າງປະສົບການຢ່າງໜຶ່ງໃຫ້ກັບ Qin ໄດ້ເປັນຢ່າງດີ.
ມັນປ່ຽນລາວຈາກຄົນລ້ຽງໝູທຳມະດາ ເປັນຄົນທີ່ໃສ່ໃຈໃນຟາມຂອງຕົນເອງຫລາຍຂຶ້ນ. ພ້ອມກັບຕັ້ງເປົ້າວ່າ ຖ້າມີການລະບາດຄັ້ງຕໍ່ໄປ ຟາມຂອງລາວຈະຕ້ອງພ້ອມຮັບມື ເພື່ອໃຫ້ເກີດການສູນເສຍໜ້ອຍທີ່ສຸດ.
ຜ່ານໄປ 8 ປີ ທຸລະກິດຟາມໝູຂອງລາວເຕີບໃຫຍ່ຂຶ້ນພ້ອມໆກັບການຂະຫຍາຍຕົວທາງເສດຖະກິດຂອງຈີນ.
ລາວ ແລະ ພັນລະຍາຈຶ່ງຕັດສິນໃຈສ້າງຕັ້ງບໍລິສັດ Muyuan Farming ເພື່ອຄວາມສະດວກໃນການເຮັດທຸລະກິດຫລາຍຂຶ້ນ ພ້ອມກັບລົງທຶນຂະຫຍາຍຟາມ ເພື່ອໃຫ້ພຽງພໍກັບການບໍລິໂພກທີ່ເພີ່ມຂຶ້ນເລື້ອຍໆ. ແຕ່ການເຮັດຟາມໝູພຽງຢ່າງດຽວນັ້ນ ມີຄວາມສ່ຽງສູງ ທັງຄ່າອາຫານທີ່ບໍ່ແນ່ນອນ, ເລື່ອງພະຍາດຂອງໝູ, ເລື່ອງລາຄາໝູທີ່ຂຶ້ນລົງ ເຊິ່ງອາດຈະເຮັດໃຫ້ຄົນລ້ຽງຂາດທຶນຢ່າງໜັກໄດ້.
ເພາະສະນັ້ນ Muyuan Farming ກໍຕ້ອງຂະຫຍາຍທຸລະກິດ ເພື່ອໃຫ້ຄວບຄຸມ ແລະ ຫລຸດຄວາມສ່ຽງໃຫ້ເຫລືອໜ້ອຍທີ່ສຸດ.
ພວກເຂົາເລີ່ມຜະລິດອາຫານໝູເອງ ເພື່ອໃຊ້ລ້ຽງໝູໃນຟາມຈຳນວນຫລາຍ ແລະ ເປັນການຫລຸດຕົ້ນທຶນລົງ. ຈາກນັ້ນ ກໍເພີ່ມທຸລະກິດໂຮງຂ້າໝູ ເພື່ອໃຫ້ສາມາດຂ້າໝູ ແລະ ຄັດແຍກຊີ້ນໝູອອກຂາຍໃຫ້ໄດ້ມາດຕະຖານເອງ.
ໜ້າສົນໃຈທີ່ສຸດຄື: ບໍລິສັດມີພະແນກວິໄຈ ແລະ ພັດທະນາສາຍພັນໝູ ເພື່ອສ້າງສາຍພັນໃໝ່ໆຂຶ້ນມາ ແລະ ຖືຄອງສິດທິການລ້ຽງໝູສາຍພັນດີນັ້ນ.
ກ່ອນຈະຂະຫຍາຍກິດຈະການເຂົ້າຊື້ກິດຈະການຟາມໝູ ລວມທັງການຊັກຊວນກະສິກອນມາລ້ຽງໝູໃນເຄືອຂ່າຍ Muyuan Farming ເພື່ອສ້າງເຄືອຂ່າຍຂະໜາດໃຫຍ່ຫລາຍຂຶ້ນ.
ການເຕີບໃຫຍ່ແບບກ້າວກະໂດດນັບແຕ່ນັ້ນ ເຮັດໃຫ້ໃນທີ່ສຸດປີ 2014 ທຸລະກິດລ້ຽງໝູແຫ່ງນີ້ສາມາດເຂົ້າຈົດທະບຽນໃນຕະຫລາດຫຸ້ນໄດ້ ພາຍໃຕ້ຊື່ບໍລິສັດ Muyuan Foods ທີ່ເຮັດທຸລະກິດກ່ຽວກັບໝູແບບຄົບວົງຈອນ. ພໍເຂົ້າຕະຫລາດຫຸ້ນໄດ້ ກໍຍິ່ງມີເງິນໄປລົງທຶນຂະຫຍາຍກິດຈະການ ສ້າງລາຍໄດ້ທີ່ເພີ່ມຂຶ້ນກວ່າເກົ່າ.
ຈາກໃນປີ 2010 ບໍລິສັດສ້າງຍອດຂາຍໄດ້ 440 ລ້ານບາດ (ສະກຸນເງິນໄທ) ພຽງແຕ່ສາມເດືອນທຳອິດຂອງປີ 2020 ສ້າງລາຍໄດ້ໄປແລ້ວເຖິງ 18.000 ລ້ານບາດ ແລະ ຈາກລູກໝູນ້ອຍໃນຕອນເປີດຟາມຄັ້ງທຳອິດ 2 ໂຕ ໃນຕອນນີ້ທຸລະກິດຂອງລາວຜະລິດອາຫານໝູປີລະກວ່າ 5 ລ້ານໂຕນ ຂາຍໝູປີລະກວ່າ 7,2 ລ້ານໂຕ ມີໝູລ້ຽງໃນລະບົບຫລາຍກວ່າ 10 ລ້ານໂຕ ໂດຍສະເພາະພະຍາດລະບາດຂອງໝູໃນປີຜ່ານມາໃນປະເທດຈີນ ຍິ່ງກໍ່ໃຫ້ເກີດຜົນດີຕໍ່ທຸລະກິດຂອງ Muyuan Farming ຢູ່ເຖິງ 3 ຢ່າງ.
ຢ່າງທຳອິດຄືການທີ່ຟາມນ້ອຍໆ ມາດຕະຖານຄວາມສະອາດບໍ່ດີ ຈະໄດ້ຮັບຜົນກະທົບໜັກ ມີໝູຕິດພະຍາດ ແລະ ຕາຍຈຳນວນຫລາຍ.
ຢ່າງທີສອງ ລາມໄປເຖິງທຸລະກິດໂຮງຂ້າສັດທີ່ບໍ່ຜ່ານມາດຕະຖານ ຈະຖືກທາງການສັ່ງປິດເພື່ອຄວບຄຸມພະຍາດ ເຮັດໃຫ້ໂຮງຂ້າສັດຂະໜາດໃຫຍ່ ມີລາຍໄດ້ຫລາຍຂຶ້ນ.
ຢ່າງທີສາມ ຄືຄວາມຂາດເຂີນຊີ້ນໝູ ສົ່ງຜົນໃຫ້ລາຄາຊີ້ນໝູເພີ່ມຂຶ້ນກວ່າ 60%.
ບວກກັບການແຜ່ລະບາດຂອງໂຄວິດ-19 ຍິ່ງເຮັດໃຫ້ອາຫານກາຍເປັນສິ່ງຈຳເປັນ ເລັ່ງຊຸກຍູ້ລາຄາຊີ້ນໝູໃຫ້ເພີ່ມສູງຂຶ້ນໄປອີກ.
ເຫດຜົນຕ່າງໆເຫລົ່ານີ້ ເຮັດໃຫ້ລາຍໄດ້ຂອງທຸລະກິດລ້ຽງໝູແບບຄົບວົງຈອນ ສ້າງລາຍໄດ້ ແລະ ຜົນກຳໄລໄດ້ຫລາຍຂຶ້ນ.
ລາຄາຫຸ້ນຂອງບໍລິສັດ Muyuan Foods ຈາກຕົ້ນປີຜ່ານມາມີປະມານ 20 ຢວນ ປັບຕົວເປັນ 96 ຢວນ ເຊິ່ງເພີ່ມຂຶ້ນເຖິງ +450%. ແຕ່ຖ້ານັບແຕ່ບໍລິສັດເຂົ້າຕະຫລາດຫຸ້ນໃນປີ 2014 ນັ້ນເທົ່າກັບວ່າລາຄາຫຸ້ນບໍລິສັດເພີ່ມຂຶ້ນມາສູງເຖິງ +3.700% ສົ່ງຜົນໃຫ້ Qin Yinglin ແລະ ພັນລະຍາ ທີ່ມີຫຸ້ນໃນບໍລິສັດ 57% ນັ້ນຮັ່ງມີຂຶ້ນຢ່າງມະຫາສານ ມີຊັບສິນ 1,34 ຕື້ບາດແລ້ວ. ທ່າມກາງການແຂ່ງຂັນມະຫາເສດຖີຈີນທີ່ດຸເດືອດ ຂອງສອງນັກທຸລະກິດອອນລາຍ ລະຫວ່າງ Jack Ma ແຫ່ງ Alibaba ແລະ Ma Huateng ແຫ່ງ Tencent ຈະມີມະຫເສດຖີຄົນທີສາມ ກ້າວຂຶ້ນມາທຽບລັດສະໝີ ເຊິ່ງລາວບໍ່ໄດ້ມາຈາກທຸລະກິດທັນສະໄໝ ຄືອິນເຕີເນັດ, ຫຸ້ນຍົນ, ຢາ ຫລື ອະສັງຫາລິມະຊັບ. ແຕ່ພັດເປັນທຸລະກິດ “ຟາມໝູ“ ທີ່ທ້າຍປີກ່ອນຍັງຢູ່ອັນດັບ 10 ຂອງປະເທດ ເພີ່ມແຮງແຊງຂຶ້ນມາແບບບໍ່ໜ້າເຊື່ອ ແລະ ຖ້າຊັບສິນຂອງເຈົ້າຂອງຟາມໝູ ກັບມະຫາເສດຖີອອນລາຍທັງສອງ ຍັງເພີ່ມຂຶ້ນໃນອັດຕາເລັ່ງເທົ່າກັນໄປແບບນີ້ ພາຍໃນອີກບໍ່ເກີນ 3 ເດືອນ ລາວຈະລວຍຫລາຍກວ່າ Jack Ma ແລະ ພາຍໃນປີນີ້ ລາວຈະກາຍເປັນເສດຖີອັນດັບໜຶ່ງຂອງຈີນ ແທນທີ່ Ma Huateng ນຳອີກ.

