20 ນັກກິລາທີ່ມີລາຍໄດ້ຫລາຍທີ່ສຸດ ໃນປີ 2017 ຈາກຟອຣບສ໌

ວາລະສານ ຟອຣບສ໌ (Forbes) ຂອງອາເມລິກາ ຈັດອັນດັບນັກກິລາທີ່ມີລາຍໄດ້ຫລາຍທີ່ສຸດໃນໂລກໃນປີ 2017 ໂດຍຈາກລາຍໄດ້ປະຈຳຈາກຕົ້ນສັງກັດ (Salary/Winnings) ແລະ ລາຍໄດ້ນອກສະໜາມອື່ນໆ ເຊັ່ນພຣີເຊັນເຕີສິນຄ້າ (Endorsements).
ຜົນປາກົດວ່າ ອັນດັບ 1 ຍັງເປັນຂອງ ຄຣິສເຕຍໂນ ໂຣນັລໂດ ຊຸບຕາບານເຕະຈາກສະໂມສອນ ຣີລ ມາດຣິດ ທີ່ຢູ່ໃນຕຳແໜ່ງນີ້ເປັນປີທີສອງຕິດຕໍ່ກັນ ໂດຍລາວກວາດເງິນໄປທັງໝົດ 93 ລ້ານໂດລາສະຫະລັດ, ຂະນະທີ່ຄູ່ແຂ່ງຄື ລິໂອເນລ ເມສຊີ ເຊິ່ງປີຜ່ານມາຕາມມາໃນອັນດັບ 2 ແຕ່ປີນີ້ຕົກໄປຢູ່ອັນດັບ 3 ຂອງໂລກ ຖືກ ເລີບຣອນ ເຈມ ນັກກິລາບານບ້ວງ ແຊງໄປກ່ອນ.
- ນັກກິລາລາຍໄດ້ສູງສຸດຂອງໂລກປະຈຳປີ 2017 ມີດັ່ງນີ້:
- ຄຣິສເຕຍໂນ ໂຣນັລໂດ (ບານເຕະ) ລາຍໄດ້ 93 ລ້ານໂດລາສະຫະລັດ.
- ເລີບຣອນ ເຈມ (ບານບ້ວງ) ລາຍໄດ້ 86,2 ລ້ານໂດລາສະຫະລັດ.
- ລິໂອເນລ ເມສຊີ (ບານເຕະ) ລາຍໄດ້ 80 ລ້ານໂດລາສະຫະລັດ.
- ໂຣເຈີ ເຟເດີເຣີ (ເຕັນນິດ) ລາຍໄດ້ 64 ລ້ານໂດລາສະຫະລັດ.
- ເຄວິນ ດູແຣນ (ບານບ້ວງ) ລາຍໄດ້ 60,6 ລ້ານໂດລາສະຫະລັດ.
- ແອນດຣູ ລັກ (ອາເມລິກັນຟຸດບອລ) ລາຍໄດ້ 50 ລ້ານໂດລາສະຫະລັດ.
- ຣໍຣີ ແມັກອິລຣອຍ (ກ໊ອຟ) ລາຍໄດ້ 50 ລ້ານໂດລາສະຫະລັດ.
- ສຕີເຟນ ເຄີຣີ (ບານບ້ວງ) ລາຍໄດ້ 47,3 ລ້ານໂດລາສະຫະລັດ.
- ເຈມ ຮາຣ໌ເດັນ (ບານບ້ວງ) ລາຍໄດ້ 46,6 ລ້ານໂດລາສະຫະລັດ.
- ລູອິສ ແຮມິລຕັນ (ຟໍມູລາ ວັນ) ລາຍໄດ້ 46 ລ້ານໂດລາສະຫະລັດ.
- ດຣູ ບຣີສ໌ (ອາເມລິກັນຟຸດບອລ) ລາຍໄດ້ 45,3 ລ້ານໂດລາສະຫະລັດ.
- ຟິລ ມິກເຄລສັນ (ກ໊ອຟ) ລາຍໄດ້ 43,5 ລ້ານໂດລາສະຫະລັດ.
- ຣັສເຊລ ເວສບຣູກ (ບານບ້ວງ) ລາຍໄດ້ 38,6 ລ້ານໂດລາສະຫະລັດ.
- ເຊບາສຕຽນ ເວຕເທລ (ຟໍມູລາ ວັນ) ລາຍໄດ້ 38,5 ລ້ານໂດລາສະຫະລັດ.
- ດາມຽນ ລິລລາດ (ບານບ້ວງ) ລາຍໄດ້ 38,4 ລ້ານໂດລາສະຫະລັດ.
- ໂນວັກ ໂຍໂກວິຊ (ເຕັນນິດ) ລາຍໄດ້ 37,6 ລ້ານໂດລາສະຫະລັດ.
- ໄທເກີ ວູດ (ກ໊ອຟ) ລາຍໄດ້ 37,1 ລ້ານໂດລາສະຫະລັດ.
- ເນຍມາ (ບານເຕະ) ລາຍໄດ້ 37 ລ້ານໂດລາສະຫະລັດ.
- ດາເວນ ເຫວ໊ດ (ບານບ້ວງ) ລາຍໄດ້ 36,2 ລ້ານໂດລາສະຫະລັດ.
- ເຟຣນັນໂດ ອາລອນໂຊ (ຟໍມູລາ ວັນ) ລາຍໄດ້ 36 ລ້ານໂດລາສະຫະລັດ.

