ຊູ ຊິໝິງ ຕາບອດອາດອຳລາວົງການມວຍ

ຖືເປັນຂ່າວຮ້າຍໃນວົງການມວຍ ເມື່ອ ຊູ ຊິໝິງ ນັກມວຍຊາວຈີນອາຍຸ 36 ປີ ອະດີດແຊ້ມ ຟາຍເວທ ອົງກອນມວຍໂລກ (WBO) ອາດຕ້ອງສູນເສຍການແນມເຫັນ ຈາກການລາຍງານຂ່າວຂອງ ເຊົາໄຊນາມໍນິງໂພສ ສື່ຊື່ດັງຂອງຈີນ.
ນັກມວຍຊາວຈີນມີບັນຫາທີ່ໜ່ວຍຕາເບື້ອງຊ້າຍ ເຊິ່ງຫລ້າສຸດ ຊິໝິງ ບໍ່ສາມາດແນມເຫັນໄດ້ ແລະ ເຂົ້າພົບກັບແພດຜູ້ຊ່ຽວຊານດ້ານສາຍຕາ ພ້ອມທັງເຂົ້າປິ່ນປົວຢູ່ໂຮງໝໍ ແລະ ອາດສົ່ງຜົນໃຫ້ ຊິໝິງ ຕ້ອງອຳລາວົງການມວຍ ໂດຍ ຊິໝິງ ໄດ້ຮັບບາດເຈັບໜັກຈາກການຂຶ້ນຊົກປ້ອງກັນຕຳແໜ່ງແຊ້ມກັບ ໂຊ ຄິມູຣະ ນັກມວຍຊາວຍີ່ປຸ່ນອາຍຸ 28 ປີ ທີ່ໂອຣຽນທັລ ສະປອດ ເຊນເຕີ ໃນຊຽງໄຮ້ ສປ ຈີນ ໃນວັນທີ 29 ກໍລະກົດຜ່ານມາ ເຊິ່ງການຊົກດັ່ງກ່າວຕ້ອງຢຸດໃນຍົກທີ 11 ຫລັງ ຊິໝິງ ຖືກອັດຈົນໝົດສະພາບ, ໃບໜ້າບວມ ເຮັດໃຫ້ກຳມະການຕັດສິນໃຈສັ່ງຢຸດການຊົກ ແລະ ສົ່ງຜົນໃຫ້ ຊິໝິງ ເສຍສາຍແອວແຊ້ມ.
ສຳລັບ ຊູ ຊິໝິງ ກາຍເປັນຂວັນໃຈຂອງຊາວຈີນ ເມື່ອສາມາດຄວ້າຫລຽນຄຳໂອແລັມປິກໄດ້ເຖິງ 2 ສະໄໝ (2008 ແລະ 2012) ກ່ອນຈະມາຊົກອາຊີບ ໃນປີ 2013.

