ຍີ່ປຸ່ນໄຟຂຽວບໍ່ບັງຄັບໃສ່ຜ້າປິດປາກ ທັງໃນ ແລະ ນອກອາຄານ

ລັດຖະບານຍີ່ປຸ່ນໄດ້ປະກາດຫລຸດຜ່ອນຄໍາແນະນໍາເລື່ອງການໃສ່ຜ້າປິດປາກໃນວັນທີ 13 ມີນາ ໂດຍປະຊາຊົນທົ່ວໄປບໍ່ຈໍາເປັນຕ້ອງໃສ່ຜ້າປິດປາກອີກຕໍ່ໄປ ບໍ່ວ່າຈະຢູ່ໃນ ຫລື ນອກອາຄານ, ແຕ່ຍັງແນະນໍາໃຫ້ໃສ່ເມື່ອຢູ່ໃນລົດໄຟທີ່ມີຄົນແອອັດ, ໃນໂຮງໝໍ ແລະ ສະຖານເບິ່ງແຍງຜູ້ສູງອາຍຸ.

ສໍານັກຂ່າວ AFP ລາຍງານວ່າ: ຍີ່ປຸ່ນບໍ່ເຄີຍອອກຂໍ້ບັງຄັບທາງກົດໝາຍໃຫ້ມີການໃສ່ຜ້າປິດປາກຄືປະເທດອື່ນໆ, ແຕ່ຈະເປັນການອອກຄໍາແນະນໍາໃຫ້ປະຊາຊົນແທນ ເຊິ່ງພົນລະເມືອງຊາວຍີ່ປຸ່ນໄດ້ປະຕິບັດຕາມຄໍາແນະນໍາດັ່ງກ່າວຢ່າງເຄັ່ງຂັດນັບແຕ່ໄລຍະໂຄວິດລະບາດໃໝ່ໆ.

ນັບແຕ່ໂຄວິດລະບາດ ຍີ່ປຸ່ນເປັນປະເທດທີ່ພະຍາຍາມຫລີກລ່ຽງການລັອກດາວໃຫຍ່ ແລະ ການໃຊ້ຂໍ້ຈໍາກັດທີ່ເຂັ້ມງວດອື່ນໆ ໂດຍຈໍານວນຜູ້ເສຍຊີວິດຈາກໂຄວິດຢູ່ຍີ່ປຸ່ນມີທັງໝົດ 73.199 ຄົນ ຈາກຈໍານວນປະຊາກອນທົ່ວປະເທດ 125 ລ້ານຄົນ ເຊິ່ງຖືເປັນອັດຕາອ່າວສູງຖ້າທຽບໃສ່ປະເທດອື່ນໆ. ນັກສັງເກດການລະບຸວ່າ: ນັ້ນອາດເປັນອາດຊາວຍີ່ປຸ່ນມີລະບຽບວິໄນໃນການໃສ່ຜ້າປິດປາກສູງ ລວມທັງໃຫ້ການຮ່ວມມືປະຕິບັດຕາມມາດຕະການຄວບຄຸມພະຍາດອື່ນໆ ບວກກັບການປິດຊາຍແດນບໍ່ໃຫ້ຄົນຕ່າງປະເທດເຂົ້າມາໃນປະເທດໄລຍະກ່ອນໜ້ານີ້.

ອ້າງອີງ:

https://www.rfi.fr/…/20230313-japan-eases-mask…