ສານປະຊາຊົນແຂວງໄຊຍະບູລີ ຕັດສິນ ປະຫານຊີວິດ ຈໍາເລີຍ ໃນຄະດີຂົນສົ່ງຢາບ້າ 24,000 ເມັດ, ຢາໄອສ໌ 139 ຫໍ່

ຂ່າວແຂວງໄຊຍະບູລີ ລາຍງານວ່າ: ວັນທີ 27 ສີງຫາ 2025 ຜ່ານມານີ້, ສານປະຊາຊົນແຂວງ ໄຊຍະບູລີ ໄດ້ພິຈາລະນາຕັດສິນລົງໂທດປະຫານຊີວິດຈໍາເລີຍຄະດີຢາເສບຕິດຈໍານວນ 1 ຄົນ ເຊິ່ງມີຄວາມຜິດໃນສະຖານ ການຂົນສົ່ງຢາເສບຕິດປະເພດຢາບ້າ ແລະ ຢາໄອສ໌ ຈາກແຂວງບໍ່ແກ້ວ, ຜ່ານແຂວງໄຊຍະບູລີຄື: ທ້າວ ໜູ ວື ອາຍຸ 29 ປີ, ອາຊີບປະຊາຊົນ, ຢູ່ ບ້ານຈຽງຕອງ, ເມືອງ ປາກທາ, ແຂວງບໍ່ແກ້ວ.
ຖືກເຈົ້າໜ້າທີ່ກັກຕົວໃນວັນທີ 29 ກັນຍາ 2024, ພ້ອມຂອງກາງຢາບ້າຈຳນວນ 24,000 ເມັດ ເທົ່າກັບ 2,5 Kg, ຢາໄອສ໌ 139 ຫໍ່ ເທົ່າກັບ 149 Kg, ເງີນກີບ 28,000 ກີບ, ເງີນບາດ 1,000 ບາດ, ລົດໃຫ່ຍ 1 ຄັນ ຍີ່ຫໍ້ ລີໂວ ສີຂາວ ໝາຍເລກທະບຽນ ກວ 4928 ກໍາແພງນະຄອນ, ບັດປະຈໍາຕົວ 1 ບັດ ແລະ ໃບຂັບຂີ່ 1 ໃບ.

ຜ່ານການສັງລວມຂໍ້ມູນຫລັກຖານຢ່າງລະອຽດຄົບຖ້ວນ ແລະ ພາວະວິໄສບວກກັບຄໍາສາລະພາບຂອງຈຳເລີຍເຫັນວ່າ ທ້າວ ໜູ ວື ແມ່ນມີຄວາມຜິດໃນສະຖານການຂົນສົ່ງຢາເສບຕິດ ປະເພດຢາບ້າ ແລະ ຢາໄອສ໌ ໄວ້ໃນຄອບຄອງແທ້. ດັ່ງນັ້ນ, ສານປະຊາຊົນແຂວງໄຊຍະບູລີ ຈຶ່ງພິຈາລະນາຕັດສິນປະຫານຊີວິດ.
ທີ່ມາ: News.XBL

