ກວດພົບການບັນທຸກແຮ່ທາດບໍ່ມີໃບອະນຸຍາດ ແລະ ບໍ່ເອກະສານເຄື່ອນຍ້າຍ ເຈົ້າໜ້າທີ່ເລັ່ງກວດສອບ

ຂ່າວກະຊວງການເງິນລາຍງານໃຫ້ຮູ້ວ່າ: ວັນທີ 8 ກັນຍາ 2022 ເວລາ 23:30 ໂມງ ມີລົດບັນທຸກໝາຍເລກທະບຽນ ກຳແພງນະຄອນ ບຈ 2388 ໄດ້ບັນທຸກແຮ່ທາດອອກຈາກເມືອງເຊໂປນມຸ່ງໜ້າມາຕາມທາງເລກ9 ທາງເຈົ້າໜ້າທີ່ພາສີກໍ່ໄດ້ຕິດຕາມລົດຄັນດັ່ງກ່າວຮອດຈຸດປະສານນາຊາຍ ເມືອງອຸທຸມພອນ ເຈົ້າໜ້າທີ່ໄດ້ລັດລົດດັ່ງກ່າວແລ້ວທຳການເຂົ້າກວດເຫັນບັນທຸກແຮ່ທາດບໍ່ມີໃບອະນຸຍາດແລະເອກະສານເຄື່ອນຍ້າຍຈາກຂະແໜງການທີ່ກ່ຽວຂ້ອງ.

ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກລົດຄັນດັ່ງກ່າວເພື່ອໄປສືບສວນ-ສອບສວນ ແລະ ກວດກາລາຍລະອຽດຕົວຈິງ.
ສ່ວນລາຍລະອຽດຍັງຢູ່ໃນຂັ້ນຕອນກວດສອບຂອງເຈົ້າໜ້າທີ່ກ່ຽວຂ້ອງ ຫາມີຄວາມຄືບໜ້າຈະມາລາຍງານໃຫ້ທ່ານໄດ້ຮັບຊາບຕື່ມ