
ເວັບໄຊຂ່າວສານຟອຄສ໌ຂອງອາເມລິກາລາຍງານໃນວັນທີ 19 ພະຈິກນີ້ວ່າ: ພາຍໃຕ້ສະພາບການແພ່ລະບາດຂອງພະຍາດໂຄວິດ-19, ພະນັກງານການແພດອາເມລິກາຈຳນວນຫລວງຫລາຍໄດ້ລາອອກຈາກໜ້າວຽກ. ນັບແຕ່ເດືອນກຸມພາປີ 2020 ເປັນຕົ້ນມາ, ໃນຂະແໜງການການແພດ ແລະສາທາລະນະສຸກອາເມລິກາໄດ້ມີປະມານ 5 ແສນຄົນລາອອກໜ້າວຽກແລ້ວ.
ຕາມຂ່າວລາຍງານວ່າ: ໄລຍະເລີ່ມຕົ້ນຂອງການສັກວັກຊີນໄດ້ນຳເອົາຄວາມຫວັງທີ່ການແພ່ລະບາດຂອງພະຍາດໂຄວິດ-19 ຈະສິ້ນສຸດລົງໃຫ້ແກ່ປະຊາຊົນ, ແຕ່ຄຽງຄູ່ກັບໄວຣັສພະຍາດໂຄວິດ-19 ກາຍພັນ “ເດວຕາ” ໄດ້ແພ່ລະບາດຢ່າງຮ້າຍແຮງ, ບວກກັບປະກາດການຜ່ອນຜັນລັດຖະດຳລັດທີ່ໃຫ້ໃສ່ຜ້າປິດປາກໄວເກີນໄປ, ອັດຕາການສັກວັນຊີນບໍ່ມີຄວາມຄືບໜ້າ, ຄວາມຫວັງໃນກ່ອນໜ້ານີ້ໄດ້ແຕກສະຫລາຍຢ່າງໄວວາ, ໂຮງໝໍກໍຜະເຊີນກັບຄວາມກົດດັນອັນໜັກໜ່ວງອີກຄັ້ງໃໝ່.
ພະນັກງານການແພດຫລາຍຄົນກ່າວວ່າ: ສາເຫດທີ່ເຂົາເຈົ້າລາອອກບໍ່ແມ່ນບໍ່ຢາກຕໍ່ຕ້ານກັບພະຍາດໂຄວິດ-19, ຫາກແມ່ນຍ້ອນບໍ່ພໍໃຈຕໍ່ມາດຕະການຮັບມືກັບພະຍາດໂຄວິດ-19 ຂອງອົງການການແພດຂອງຕົນ, ເຂົາເຈົ້າຈຳເປັນຕ້ອງໄດ້ເຮັດວຽກພາຍໃຕ້ເງື່ອນໄຂຫຍຸ້ງຍາກລຳບາກ, ທັງບໍ່ມີສິດປະກອບຄຳເຫັນ.