ຈັບໄດ້ໄລ່ທັນ ! ຊາຍໜຸ່ມກໍ່ເຫດ ງັດຫ້ອງແຖວ ແລະ ລັກລົດຈັກ ເຄີຍຕິດຄຸກມາແລ້ວ

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ລາຍງານວັນທີ14ສິງຫາ 2025 ວ່າ: ວັນທີ 20 ພຶດສະພາ 2025 ທີ່ຜ່ານມາ ສາມາດຈັບຕົວຜູ້ກໍ່ເຫດລັກລົດຈັກໄດ້ 1 ຄົນ ຊື່ ທ້າວ ພົນລະວັດ ຈັນດາລາ ຫຼື ປີ໋ງໂກ້ ອາຊີບກຳມະກອນ ປັດຈຸບັນຢູ່ ບ້ານທ່າພະ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
ຜ່ານສືບສວນ-ສອບສວນ ຜູ້ກ່ຽວ ສາລະພາບ ວ່າ: ວັນທີ 17 ພຶດສະພາ 2025 ໄດ້ລັກເອົາລົດຈັກຈອດຢູ່ແຄມທາງບ້ານ ດອນນົກຂຸ້ມ ເມືອງສີສັດຕະນາກ ແຕ່ລົດຄັນດັ່ງກ່າວ ຕິດຈັກບໍໄດ້ຈຶ່ງຢັນ ມາຈົນເຖິງບ້ານດອນກອຍ ເມືອງສີສັດຕະນາ ເພື່ອສ້ອມແປງ ຈາກນັ້ນໄດ້ແກະຍ້າຍທະບຽນ, ກະຕ່າ ແລະ ແວ່ນອອກ ແລ້ວໄດ້ພາກັນຈ່າວຂາຍ ແຕ່ບໍ່ໄດ້ຂາຍຖືກເຈົ້າໜ້າທີ່ຈັບໄດ້ກ່ອນ.
ໃນເດືອນດຽວກັນ ໄດ້ລັກເອົາລົດຈັກຮອນດ້າເວັບ 100 ສີຂຽວດໍາ, ປ້າຍທະບຽນ ດຈ 3210 ກຳແພງນະຄອນ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເພື່ຶອເອົາໄປຈຳນຳໝູ່ຢູ່ຮ້ານເກມ.
ໄດ້ເຄື່ອນໄຫວລັກຊັບງັດແງະຫ້ອງແຖວຢູ່ເຂດບ້ານຊຽງດາ 3 ຄັ້ງ ຄື:
ຄັ້ງທີ 1: ປະມານເດືອນມີນາ ໄດ້ຖັງແກັດ 1 ຖັງ, ພະ2 ອົງ, ກະເປົ່າຫຼຸຍ 2 ໜ່ວຍ ປະຫຼັກແຂນຄໍາຝຣັ່ງ, ໝວກກັນກະທົບ, ສາຍຄໍທອງເຫຼືອງກີ້ເປັນພະ.
– ຄັ້ງທີ 2: ໄດ້ໂທລະສັບໄອໂຟນ 8 ສີຂາວ 1 ໜ່ວຍ, ໂທລະສັບບໍ່ຮູ້ຍີ່ຫໍ້ຈໍແຕກ 1 ໜ່ວຍ, ມີ່ໄວໄວ 1 ແກັດ, ລຳໂພງສີດໍາບໍ່ຊາບຍີ່ຫໍ້ 1 ໜ່ວຍ.
– ຄັ້ງທີ 3: ຫ່າງຈາກຄັ້ງທີ 2 ປະມານ 1 ອາທິດ ໄດ້ໂມງໃສ່ແຂນບໍ່ຊາບຍີ່ຫໍ້ສີດໍາ 1 ໜ່ວຍ, ໂທລະສັບ ອອັຟໂປ້ 1 ໜ່ວຍ.
-ໄດ້ເຄື່ອນໄຫວຍາດຊີງຊັບ 1 ຄັ້ງ ຈາກເດັກອາຍຸປະມານ 4 ປີ ຢູ່ບ້ານ ສົມສະໜຸກ ເມືອງຫາດຊາຍຟອງ.
ທຸກຄັ້ງທີ່ລັກຊັບ, ຊີງຊັບມາໄດ້ແມ່ນນຳໄປຂາຍ ຈຳນຳ ເພື່ອນຳໄປຫລິ້ນເກມ ແລະ ຊື້ຢາເສບຕິດມາເສບ ປັດຈຸບັນ ເຈົ້າໜ້າທີ່ໄດ້ນຳຫລັກຖານ ສົ່ງໃຫ້ເຈົ້າໜ້າທີ່ຕາມລຳດັບ ເພື່ອດຳເນີນຄະດີຕາມລະບຍບກົດໝາຍ.

