ສະຫາຍ ບຸນທອງ ຈິດມະນີ ເນັ້ນໃຫ້ຄະນະພັກກະຊວງການເງິນເອົາໃຈໃສ່ຫຼາຍບັນຫາໃນຕໍ່ໜ້າ

ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ຮອງນາຍົກລັດຖະມົນຕີໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມເປີດກວ້າງຄະນະບໍລິຫານງານພັກກະຊວງການເງິນ ຄັ້ງທີ 6 ສະໄໝທີ II ໂດຍໄດ້ເນັ້ນໃຫ້ຄະນະພັກກະຊວງການເງິນເອົາໃຈໃສ່ຫຼາຍບັນຫາ ແລະ ຖືເອົາວຽກງານກວດກາພັກ-ລັດເປັນຈຸດສຸມການນໍາພາຖັນແຖວສະມາຊິກພັກພະນັກງານ-ລັດຖະກອນ, ຍົກສູງຕໍ່ສະຕິການຈັດຕັ້ງເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານ, ມີຄວາມຊື່ສັດບໍລິສຸດ, ບໍ່ສວຍໂອກາດສໍ້ລາດບັງຫຼວງຫາຜົນປະໂຫຍດສ່ວນຕົວ ແລະ ອື່ນໆ.
ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນ ຄັ້ງທີ 6 ສະໄໝທີ II ໄດ້ດຳເນີນມາເປັນເວລາ 3 ວັນ, ໃນລະຫວ່າງວັນທີ 16-18 ກໍລະກົດຜ່ານມາ, ໂດຍການເປັນປະທານຂອງສະຫາຍ ສົມດີ ດວງດີ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການຄະນະພັກ; ຄະນະນໍາກະຊວງການເງິນ ແລະ ຄະນະຮັບຜິດຊອບຊີວິດການເມືອງຂັ້ນສູນກາງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ສົມດີ ດວງດີ ໄດ້ລາຍງານໂດຍສັງເຂບກ່ຽວກັບຜົນການດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນຄັ້ງທີ 6 ສະໄໝທີ II, ຊຶ່ງໄດ້ພ້ອມກັນສະຫລຸບຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງການເງິນກາງສະໄໝ ແລະ ການກໍານົດທິດທາງວຽກງານຈຸດສຸມແຕ່ນີ້ຮອດກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນ, ສະຫລຸບຕີລາຄາການສົ່ງຂ່າວຕໍ່ການນໍາພາລວມຂອງຄະນະບໍລິຫານງານພັກກະຊວງໃນບັ້ນດຳເນີນຊີວິດການເມືອງປັບປຸງປົວແປງ ທົ່ວອົງຄະນະພັກກະຊວງການເງິນປີ 2017 ແລະ ທິດທາງແກ້ໄຂໃນຕໍ່ໜ້າ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 115 ສະຫາຍ, ຍິງ 33 ສະຫາຍ.
ສຳລັບບັນຫາທີ່ພົ້ນເດັ່ນໃນການດຳເນີນຊີວິດການເມືອງຂອງຄະນະບໍລິຫານງານພັກກະຊວງການເງິນເປັນຕົ້ນ: ການປະກອບຄໍາຄິດຂອງບັນດາສະຫາຍສະມາຊິກພັກຕໍ່ຄະນະບໍລິຫານງານພັກກະຊວງ ສ່ວນໃຫ່ຍແມ່ນບັນຫາວຽກງານແນວຄິດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ວຽກພະນັກງານ, ແບບແຜນວິທີເຮັດວຽກ, ການແຕ່ງຕັ້ງ, ຍົກຍ້າຍຊັບຊ້ອນໝູນວຽນ, ຄົນເຈົ້າ, ຄົນຂ້ອຍ, ຈຸ້ມເຈື້ອເຊື້ອສາຍ, ບັນຫາພະນັກງານສະພາບເຫລືອບໍ່ພໍ, ເລືອກວຽກເຮັດງານທໍາ, ຂາດຄວາມກະຕືລືລົ້ນ, ບາງໜ່ວຍພັກພະນັກງານ-ສະມາຊິກພັກ ບໍ່ກ້າຕໍານິສົ່ງຂ່າວກັນຢູ່ຮ່ວມກັນໂດຍສັນຕິ, ລໍຄອຍຕໍ່ການຊັບຊ້ອນໝູນວຽນ.
ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍສະຫາຍໄດ້ເນັ້ນບາງຕອນສຳຄັນໃຫ້ຄະນະພັກກະຊວງການເງິນ ຖືເອົາວຽກງານກວດກາພັກ-ລັດ ເປັນວຽກງານຈຸດສຸມຂອງການນໍາພາຂອງພັກ, ສຸມໃສ່ແກ້ໄຂຈຸດອ່ອນຂອງວຽກງານກວດກາໃນການຈັດຕັ້ງຜັນຂະຫຍາຍນິຕິກໍາຕ່າງໆ, ພັດທະນາຂະແໜງການເງິນໃຫ້ມີຄວາມເຂັ້ມແຂງ, ມີວິໄນເຂັ້ມງວດ, ມີຄວາມໂປ່ງໃສ ແລະ ຍຸຕິທໍາ. ພ້ອມນັ້ນ, ກໍໃຫ້ເອົາ 10 ຂໍ້ຫ້າມຕໍ່ພະນັກງານ-ລັດຖະກອນ ຂະແໜງການເງິນເປັນຄູ່ມືໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດ
ໝາຍ. ໃນນັ້ນ, ຄະນະພັກທຸກຂັ້ນຕ້ອງຕັດສິນໃຈແກ້ໄຂປະກົດການທາງດ້ານແນວຄິດທີ່ເກີດຂຶ້ນກັບຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນໃນຄວາມຮັບຜິດຊອບຂອງຕົນເປັນຕົ້ນແມ່ນຄວາມຮັບຜິດທາງດ້ານການເມືອງ, ແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວ, ຂາດຄວາມກະຕືລືລົ້ນ, ຂາດຄວາມຮັບຜິດຊອບ, ສວຍໃຊ້ໜ້າທີ່, ສໍ້ລາດບັງຫລວງໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ໂດຍການນຳໃຊ້ຫລາຍຮູບແບບ ແລະ ວິທີການ. ພ້ອມນີ້, ບັນດາສະຫາຍຄະນະພັກກະຊວງ, ຄະນະພັກຂັ້ນຕ່າງໆ, ສະມາຊິກພັກ, ພະນັກງານ-ລັດຖະ ກອນ ຕ້ອງມີຄວາມເປັນແບບຢ່າງນໍາໜ້າ, ມີແນວຄິດເສຍສະຫລະຜົນປະໂຫຍດສ່ວນຕົວ ເພື່ອຮັບໃຊ້ຜົນປະໂຫຍດສ່ວນລວມ, ມີຈັນຍາບັນຮັບໃຊ້ຊາດຮັບໃຊ້ປະຊາຊົນ ພ້ອມກັນບຸກບືນຜ່ານຜ່າສິ່ງທ້າທາຍ, ຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານ ເພື່ອນໍາພາຂະແໜງການເງິນສ້າງບາດລ້ຽວໃໝ່ຢ່າງຈະແຈ້ງເປັນຮູບປະທຳ, ຕິດພັນກັບການກໍານົດຕໍາແໜ່ງງານ, ຂຶ້ນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ແລະ ປັບປຸງແກ້ໄຂບັນຫາທີ່ຄົງຄ້າງໃນດ້ານການຈັດຕັ້ງ ແລະ ບຸກຄະລາກອນຂັ້ນກົມ, ຂັ້ນພະແນກ, ໜ່ວຍງານຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີການຫັນປ່ຽນໃໝ່, ເຂັ້ມແຂງ, ໂປ່ງໃສ, ສືບຕໍ່ຈັດຕັ້ງປະຕິບັດລະບອບແບບແຜນວິທີເຮັດວຽກ, ກົນໄກປະສານສົມທົບລະຫວ່າງກະຊວງການເງິນກັບອົງຄະນະພັກ, ອົງການປົກຄອງທ້ອງຖິ່ນ. ສໍາລັບວຽກງານວິຊາສະເພາະແມ່ນຍັງມີຫຼາຍບັນຫາທີ່ເປັນສິ່ງທ້າທາຍໃນເງື່ອນໄຂສະພາບເສດຖະກິດພວມມີຄວາມຫຍຸ້ງຍາກຖືກຜົນກະທົບຈາກພາຍນອກ ແລະ ການຜະລິດ, ການບໍລິການພາຍໃນຍັງບໍ່ທັນແຂງແຮງ ໃນສະພາບທີ່ແຫຼ່ງລາຍຮັບບໍ່ທັນເຂັ້ມແຂງໜັກແໜ້ນໝັ້ນທ່ຽງ ແລະ ຖືສໍາຄັນໃນການສຶກສາອົບຮົມຕິດຕາມກວດກາພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງໃກ້ຊິດ, ເດັດດ່ຽວແກ້ໄຂພະນັກງານທີ່ສວຍໃຊ້ໜ້າທີ່ສໍ້ລາດບັງຫຼວງເອົາເງິນຂອງລັດໃຫ້ໄດ້ຂາດຕົວ, ເອົາໃຈໃສ່ຄຸ້ມຄອງການປະຕິບັດນະໂຍບາຍປະຢັດ, ຕ້ານການຟຸ້ມເຟືອຍເຂັ້ມແຂງໜັກແໜ້ນກວ່າເກົ່າ ແລະ ສຸມໃສ່ປັບປຸງນໍາໃຊ້ລະບົບເຄື່ອງມືທັນສະໄໝທີ່ມີແລ້ວໃຫ້ເປັນລະບົບຄົບຊຸດເພື່ອພັດທະນາການຄຸ້ມຄອງວຽກງານການເງິນໃຫ້ໄປສູ່ທັນສະໄໝເທື່ອລະກ້າວ.

