7 ເດືອນ ປິ2025 ຫລວງພະບາງ ມີນັກທ່ອງທ່ຽວ 2,155,994 ເທື່ອຄົນ ເກັບລາຍຮັບ 1,108 ຕື້ກວ່າກີບ

ໂທລະພາບແຂວງຫລວງພະບາງ ລາຍງານວ່າ: ວັນທີ 15 ສິງຫາ 2025 ແຂວງຫລວງພະບາງ ໄດ້ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫລວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
ໄລຍະ 7 ເດືອນຜ່ານມາ, ຄະນະສະເພາະກິດຂັ້ນແຂວງ ໄດ້ສຸມໃສ່ປະສານສົມທົບກັບ ບັນດາພະແນກການອ້ອມຂ້າງແຂວງ, ເມືອງ ແລະ ນະຄອນ ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ແກ້ໄຂບັນດາບັນຫາເຄັ່ງຮ້ອນ ຢູ່ພາຍໃນແຂວງຢ່າງຕັ້ງໜ້າ ເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ມາຮອດວັນທີ 12 ສິງຫາ 2025 ສາມາດຈັດເກັບລາຍຮັບທັງໝົດ 1,108 ຕື້ກວ່າກີບ ເທົ່າກັບ 92.20% ຂອງແຜນປີ, ຕົວເລກນັກທ່ອງທ່ຽວພາຍໃນ 7 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວທັງໝົດ 2,155,994 ເທື່ອຄົນ ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 983,483 ເທື່ອຄົນ ເທົ່າກັບ 83.8%, ນອກນັ້ນ, ໄດ້ສຸມໃສ່ແກ້ໄຂບັນດາໂຄງ ການຂຸດຄົ້ນບໍ່ແຮ່ ຕາມການຊີ້ນໍາ ຂອງລັດຖະບານ.

ສຳລັບແຜນການ 5 ເດືອນທ້າຍປີ 2025, ຄະນະສະເພາະກິດຂັ້ນແຂວງ ຈະໄດ້ສຸມໃສ່ຊຸກຍູ້ການແກ້ໄຂ ສ້ອມແປງຮີບດ່ວນ ເປັນຕົ້ນ:
- ການແກ້ໄຂບັນຫາເສັ້ນທາງເປ່ເພ ພາຍໃນ ນະຄອນ-ຫລວງພະບາງ ເມືອງມໍລະດົກໂລກ ເພື່ອກະກຽມຮອງຮັບລະດູການທ່ອງທ່ຽວທີ່ຈະມາເຖິງ ແລະ ຕ້ອນຮັບການ ສະເຫລີມສະຫລອງ ມໍລະດົກໂລກ ຄົບຮອບ 30 ປີ ແລະ ວັນສຳຄັນຂອງຊາດ; ພ້ອມທັງເປີດຂະບວນການເດີນສຳຫລວດຖານ ຂໍ້ມູນລາຍຮັບຢູ່ນະຄອນ-ຫລວງພະບາງ ແລະ ເມືອງນ້ຳບາກ ເຮັດໃຫ້ການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບງົບປະມານແຫ່ງລັດ ປະຈຳປີ 2025 ບັນລຸໄດ້ຕາມແຜນການ ຫລື ລື່ນແຜນ ການ.
- ສືບຕໍ່ຕິດຕາມ, ຊຸກຍູ້ການຈັດຕັ້ງ ປະຕິບັດ ບົດບັນທຶກການຮ່ວມມື ລະຫວ່າງບັນດາຂະແໜງການອ້ອມຂ້າງແຂວງ ກ່ຽວກັບ ວຽກງານຄຸ້ມຄອງຈັດເກັບ ລາຍຮັບງົບປະມານ
- ສຸມໃສ່ແກ້ໄຂ ປະກົດການຫຍໍ້ທໍ້ທາງດ້ານ ເສດຖະກິດ-ສັງຄົມພາຍໃນແຂວງ ເປັນຕົ້ນ ສະກັດກັ້ນ ແລະ ແກ້ໄຂບັນຫາລົດເຖື່ອນ, ການຄ້ານອກລະບົບ, ການລັກລອບຂຸດຄົ້ນ ແຮ່ທາດ ແລະ ບັນຫາຊັບພະຍາກອນປ່າໄມ້ ໃນທົ່ວແຂວງ.
ທີ່ມາ: ໂທລະພາບແຂວງຫລວງພະບາງ

