ເຕືອນປະຊາຊົນເຂດໃກ້ຄຽງແມ່ນ້ຳເຊໂດນຈົ່ງມີສະຕິ

ຝົນຕົກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ປະລິມານນ້ຳໃນແມ່ນ້ຳເຊໂດນ ສູງຂື້ນ ເນື່ອງຈາກພະຍຸໝູນເຂດຮ້ອນ ໂນອຶນ (Noul) ຫົວທີ 11 ໄດ້ເຄື່ອນທີ່ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງຂື້ນຝັ່ງເຂດເມືອງດານັງ ປະເທດຫວຽດນາມ ເຄື່ອນທີ່ຜ່ານ ແຂວງສາລະວັນ, ຕໍ່ກັບສະພາບການດັ່ງກ່າວ ພໍ່ແມ່ປະຊົນທຸກທົ່ວໜ້າ ໃນແຂວງພາກກາງ ແລະ ພາກໃຕ້ ຈົ່ງມີສະຕິ ເຝົ້າລະວັງ ຕິດຕາມແຈ້ງການ ແລະຂ່າວຕ່າງໆ ເພື່ອຫລີກເວັ້ນຜົນກະທົບຈາກນ້ຳຖ້ວມທີ່ອາດຈະເກີດຂື້ນ.