ໄທຈະເປີດດ່ານຊາຍແດນກັບບັນດາປະເທດໃກ້ຄຽງ

ລັດຖະບານໄທປະກາດໃຫ້ຮູ້ໃນວັນທີ 1 ກໍລະກົດນີ້ວ່າ: ໄດ້ຕົກລົງເປີດດ່ານຊາຍແດນກັບບັນດາປະເທດອ້ອມຂ້າງເຊັ່ນ: ມຽນມາ, ລາວ, ກຳປູເຈຍ ແລະ ມາເລເຊຍ ເພື່ອໃຫ້ມີການຂົນສົ່ງສິນຄ້າ ແລະ ມີການຄ້າຂາຍຕາມຊາຍແດນນັບແຕ່ວັນທີ 1 ກໍລະກົດນີ້ເປັນຕົ້ນໄປ. ແຕ່ນັກທ່ອງທ່ຽວຈາກ 4 ຊາດດັ່ງກ່າວຍັງຈະບໍ່ທັນໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນໄທໄດ້. ໃນຂະນະດຽວກັນ ກົມການບິນພົນລະເຮືອນຂອງໄທ (CAAT) ໃຫ້ຮູ້ວ່າ ມາດຕະການປິດສາຍການບິນລະຫວ່າງຊາດຈະຖືກຍົກເລີກແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ, ແຕ່ຈະມີພຽງແຕ່ບາງສາຍການບິນທີ່ເປັນເປົ້າໝາຍເທົ່ານັ້ນ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ baoquocte)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ