ພະນັກງານລະດັບຍຸດທະສາດ 40 ຄົນໄດ້ຮັບການບໍລຸງຄວາມຮູ້ໃໝ່ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫ່ຍຄັ້ງທີ 13 ພັກຄອມມຸຍນິດ ຫວຽດນາມ ທີ່ຈະມາເຖິງ.

ພະນັກງານ 40 ຄົນດັ່ງກ່າວທີ່ໄດ້ຮັບການບຳລຸງຄວາມຮູ້ໃໝ່ໃນຄັ້ງນີ້ ລ້ວນແຕ່ແມ່ນພະນັກງານທີ່ໄດ້ຮັບການເຫັນດີ ແລະ ຕົກລົງຈາກກົມການເມືອງສູນກາງພັກ ເພື່ອຈະບັນຈຸເຂົ້າໃນແຜນຄະນະບໍລິຫານງານສູນກາງພັກສະໄໝ 2021-2026 ທີ່ຈະມາເຖິງ.

ວັນທີ່ 20 ກໍລະກົດນີ້, ຢູ່ທີ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ໄດ້ສົມທົບກັບຄະນະຈັດຕັ້ງສູນກາງພັກເປີດຊຸດຝຶກອົບຮົມຄວາມຮູ້ໃໝ່ໃຫ້ພະນັກງານໃນແຜນຍຸດທະສາດ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກຄອມມຸຍນິດຫວຽດນາມທີ່ຈະມາເຖິງ( ເປັນຊຸດທີ 5).

ພະນັກງານ 40 ຄົນດັ່ງກ່າວລ້ວນແຕ່ແມ່ນພະນັກງານການນຳຫຼັກແຫຼ່ງຂອງບັນດາກະຊວງ ທະບວງກົມ, ຂະແໜງການຂັ້ນກະຊວງ ແລະ ທ້ອງຖິ່ນທົ່ວປະເທດ. ການຝຶກອົບຮົມຈະດຳເນີນໄປ ເປັນເວລາ 2 ເດືອນຢູ່ທີ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ຈຶ່ງຈະສຳເລັດ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vietnamnet)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ