ໄທທຳລາຍຊີ້ນໝູ 24 ໂຕນ ລັກລອບນຳເຂົ້າຈາກລາວ ບໍ່ມີເອກະສານຮັບຮອງ

ເຈົ້າໜ້າທີ່ໄທທຳລາຍຊີ້ນໝູເຖື່ອນຫລາຍກວ່າ 24 ໂຕນ ທີ່ລັກລອບນຳເຂົ້າຈາກລາວ ເພາະບໍ່ມີເອກະສານຢັ້ງຢືນ ຢ້ານພະຍາດຈະແພ່ລະບາດ.

ວັນທີ 24 ມັງກອນ 2022, ເຈົ້າໜ້າທີ່ກັກກັນສັດມຸກດາຫານປະເທດໄທ ໄດ້ນຳເອົາຊີ້ນໝູທີ່ຢຶດໄດ້ຫລາຍກວ່າ 24 ໂຕນ ມູນຄ່າປະມານ 6 ລ້ານບາດ ໄປຝັງເພື່ອປ້ອງກັນເຊື້ອພະຍາດທີ່ມາກັບຊີ້ນໝູ ພາຍຫລັງຈັບໄດ້ຢູ່ 3 ແຍກໄຟແດງບ້ານໂຄກສູງ ຂົວມິດຕະພາບໄທ-ລາວ ແຫ່ງທີ 2 ບໍລິເວນຖະໜົນມຸກດາຫານ- ທາດພະນົມ ແຂວງມຸກດາຫານ ໂດຍການນຳເຂົ້າຊີ້ນໝູຈຳນວນນີ້ບໍ່ມີເອກະສານຢັ້ງຢືນ ເຊິ່ງອາດມີຄວາມສ່ຽງເປັນພາຫະນະເຮັດໃຫ້ພະຍາດລະບາດ ຖ້ານຳໄປຈຳໜ່າຍຕາມທ້ອງຕະຫລາດ.

ຈາກການກວດສອບກ່ອງເຈ້ຍ ແລະ ຖົງປລາສຕິກທີ່ຫໍ່ຊີ້ນໝູລັກລອບນຳເຂົ້າມາ ມີຂໍ້ຄວາມເປັນພາສາຣັດເຊຍທີ່ລະບຸແຫລ່ງຜະລິດ ເຊິ່ງເປັນບໍລິສັດຈຳໜ່າຍຜະລິດຕະພັນຊີ້ນສັດແຊ່ແຂງຢູ່ສະຫະພັນຣັດເຊຍ, ມີບໍລິສັດໃນຫວຽດນາມເປັນຜູ້ນຳເຂົ້າມາຂາຍ ແລະ ລຳລຽງຜ່ານຂົວມິດຕະພາບໄທ-ລາວແຫ່ງທີ 2 ເຂົ້າປະເທດໄທ.

ອ້າງອີງ:

https://web.facebook.com/workpointTODAY/photos/a.153956988306921/1827140177655252/?_rdc=1&_rdr