ນາຍົກລັດຖະມົນຕີຍີ່ປຸ່ນກຽມລາອອກຈາກຕຳແໜ່ງ ຫລັງເປັນຜູ້ນຳພຽງ 1 ປີ ເພາະແກ້ໄຂບັນຫາໂຄວິດບໍ່ມີປະສິດທິພາບ

ນາຍົກລັດຖະມົນຕີຍີ່ປຸ່ນກຽມລາອອກຈາກຕຳແໜ່ງ ບໍ່ຂໍເປັນປະທານພັກສູ້ເສິກເລືອກຕັ້ງອີກສະໄໝ ຫລັງຖືກວິຈານແກ້ໄຂບັນຫາໂຄວິດ-19 ບໍ່ມີປະສິດທິພາບ ຫລັງດຳລົງຕຳແໜ່ງມາພຽງ 1 ປີ.

ວັນທີ 3 ກັນຍາ 2021, ສື່ຍີ່ປຸ່ນຫລາຍສຳນັກເຊັ່ນ: NHK, The Japan Times ແລະ Kyodo News ລາຍງານວ່າ: ທ່ານ ໂຢຊິຮິເດະ ຊູງະ ນາຍົກລັດຖະມົນຕີຍີ່ປຸ່ນຈະບໍ່ລົງສະໝັກຊີງບ່ອນນັ່ງຫົວໜ້າພັກເສລີປະຊາທິປະໄຕ ຫລື ພັກ LDP ໃນເດືອນກັນຍານີ້ ເຊິ່ງຈະສົ່ງຜົນໃຫ້ບົດບາດຂອງທ່ານ ຊູງະ ໃນຖານະຜູ້ນຳລັດຖະບານຍີ່ປຸ່ນຕ້ອງສິ້ນສຸດລົງ ພາຍຫລັງດຳລົງຕຳແໜ່ງໄດ້ປະມານ 1 ປີ.

ໂດຍທ່ານ ຊູງະ ກຳລັງຜະເຊີນວິກິດທາງການເມືອງ ຫລັງຄະແນນນິຍົມທ່ານຫລຸດລົງຕໍ່າກວ່າ 30% ທ່າມກາງການແຜ່ລະບາດຂອງວິກິດໂຄວິດ, ການຕັດສິນໃຈຂອງທ່ານ ຊູງະ ໃນຄັ້ງນີ້ຈະເຮັດໃຫ້ຜົນການເລືອກຕັ້ງທົ່ວໄປໃນທ້າຍປີນີ້ຂອງຍີ່ປຸ່ນໄດ້ນາຍົກລັດຖະມົນຕີໃໝ່ທີ່ຈະເຂົ້າມາບໍລິຫານແກ້ໄຂປະເທດໃນຊ່ວງໂຄວິດ.

ໂດຍການສົ່ງສັນຍານນີ້ເກີດຂຶ້ນ ຫລັງຈາກທ່ານ ຊູກະ ຕັດສິນໃຈຈະບໍ່ລົງຊີງໄຊຕຳແໜ່ງປະທານພັກ LDP ເຊິ່ງຈະມີການເລືອກຕັ້ງໃນວັນທີ 29 ກັນຍານີ້ ເຮັດໃຫ້ສະມາຊິກພັກຕ້ອງຫາຜູ້ຂຶ້ນມາດຳລົງຕຳແໜ່ງ ເພື່ອຈະເປັນຜູ້ນຳພັກສູ້ເສິກການເລືອກຕັ້ງທົ່ວໄປໃນທ້າຍປີນີ້.

ທ່ານ ຊູງະ ເຄີຍດຳລົງຕຳແໜ່ງຫົວໜ້າເລຂາທິການຄະນະລັດຖະບານໃນສະໄໝນາຍົກລັດຖະມົນຕີ ຊິນໂຊ ອາເບະ ກ່ອນຈະກ້າວຂຶ້ນດຳລົງຕຳແໜ່ງຫົວໜ້າພັກ LDP ນັບແຕ່ວັນທີ 14 ກັນຍາ 2020 ແລະ ກ້າວຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີຍີ່ປຸ່ນຕໍ່ຈາກທ່ານ ອາເບະ ຫລັງຈາກທີ່ທ່ານປະກາດລາອອກຈາກຕຳແໜ່ງຜູ້ນຳປະເທດ ໂດຍໃຫ້ເຫດຜົນດ້ານສຸຂະພາບ.

ຫລ້າສຸດ ຍີ່ປຸ່ນມີຍອດຜູ້ຕິດເຊື້ອສະສົມ 1.529.727 ຄົນ ເປັນຜູ້ຕິດເຊື້ອໃໝ່ໃນໄລຍະ 28 ວັນຜ່ານມາ 539.617 ຄົນ ຫລື 1 ໃນ 3 ຂອງຜູ້ຕິດເຊື້ອສະສົມທັງໝົດທົ່ວປະເທດ, ເສຍຊີວິດແລ້ວ 16.216 ຄົນ, ເດີນໜ້າສັກວັກຊີນໄປແລ້ວ 132 ລ້ານໂດສ, ພົນລະເມືອງປະມານ 46,77% ເຂົ້າຮັບວັກຊີນຄົບໂດສແລ້ວ.

ອ້າງອີງ: