ຍີ່ປຸ່ນມອບອຸປະກອນ ແລະ ລົດກົນຈັກສ້ອມແປງທາງໃຫ້ ສປປ ລາວ ມູນຄ່າ 1,500 ລ້ານເຢນ

ວັນທີ 8 ສິງຫາ 2025 ນີ້ ພິທີມອບ-ຮັບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງມູນຄ່າ 1,500 ລ້ານເຢນ ຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສດຖະກິດ-ສັງຄົມ ສົກປີ 2023 ໂດຍການເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ກ່າວວ່າ: ລັດຖະບານຍີ່ປຸ່ນໄດ້ສະໜັບສະໜູນພື້ນຖານໂຄງລ່າງໃຫ້ແກ່ປະເທດລາວພົ້ນເດັ່ນແມ່ນໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ 2, ຂົວປາກເຊ, ຂົວເຊກອງ, ໂຄງການປັບປຸງສະໜາມບິນສາກົນວັດໄຕ ແລະ ເສັ້ນທາງເລກ 1 ຂອງ ນວ ແຕ່ໂຄງສ້າງຕ່າງໆ ໄດ້ມີການເປ່ເພຕາມການເວລາ.

ດັ່ງນັ້ນ, ພາຍໃຕ້ການສະເໜີຂໍການສະໜັບສະໜູນຈາກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງນີ້, ລັດຖະບານຍີ່ປຸ່ນຈຶ່ງໄດ້ໃຫ້ການຊ່ວຍເຫລືອມູນຄ່າ 10 ລ້ານໂດລາ ເຂົ້າໃນການຈັດຊື້ກົນຈັກໜັກກໍ່ສ້າງແບບຄົບຊຸດເພື່ອປັບປຸງຫົນທາງເພື່ອນໍາໃຊ້ໄດ້ຍາວນານ.

ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ຍທຂ ກ່າວວ່າ: ກ່ອນໜ້ານີ້ລັດຖະບານຍີ່ປຸ່ນກໍໄດ້ໃຫ້ການຊ່ວຍເຫຼືອມູນຄ່າ 800 ລ້ານເຢນ ພາຍໃຕ້ໂຄງການເສດຖະກິດ ແລະ ການພັດທະນາເພື່ອນໍາໃຊ້ເຂົ້າໃນວຽກງານສ້ອມແປງ ແລະ ປັບປຸງເສັ້ນທາງທີ່ຖືກຜົນກະທົບຈາກໄພພິບັດທາງທໍາມະຊາດໃນຂອບເຂດທົ່ວປະເທດຂອງ ສປປ ລາວ. ສະນັ້ນ, ເພື່ອປັບປຸງ, ຟື້ນຟູ ແລະ ຍົກລະດັບຄຸນນະພາບເສັ້ນທາງພາຍໃນ ສປປ ລາວ ທີ່ເປ່ເພເນື່ອງຈາກໄພພິບັດທາງທຳມະຊາດ ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ວ່ອງໄວ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ກະຊວງ ຍທຂ ຈຶ່ງໄດ້ສະເໜີຂໍການຊ່ວຍເຫຼືອອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງຈາກລັດຖະບານຍີ່ປຸ່ນຄັ້ງນີ້ຖືເປັນຄັ້ງທີ 2 ແລະ ຂໍໃຫ້ຄຳໝັ້ນສັນຍາວ່າຈະນໍາໃຊ້ອຸປະກອນ ແລະ ລົດກົນຈັກເຫຼົ່ານີ້ໃຫ້ເກີດຜົນປະໂຫຍດສູງສຸດ ໃນວຽກງານພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ເພື່ອໃຫ້ມີຄວາມຍືນຍົງ ທັງຊຸກຍູ້ສົ່ງເສີມພັດທະນາລັດວິສາຫະກິດຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ.
ທີ່ມາ: ໜັງສືພິມ ປະຊາຊົນ

