ຄະນະສະເພາະກິດ ຮັບຮອງແຜນການເປີດເຂດທ່ອງທ່ຽວສີຂຽວປອດໄພຈາກພະຍາດ ໂຄວິດ-19

ເມື່ອບໍ່ດົນຜ່ານມານີ້, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຕົກລົງຮັບຮອງເອົາແຜນປະຕິບັດງານຕົວຈິງ ສໍາລັບການເປີດເຂດທ່ອງທ່ຽວສີຂຽວຢູ່ ສປປ ລາວ ໃນເດືອນມັງກອນ 2022 ເພື່ອເປັນທິດທາງໃຫ້ແກ່ບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ກະກຽມ ແລະ ປະສານສົມທົບເຮັດວຽກຮ່ວມກັນ ໂດຍເນັ້ນເປັນການທ່ອງທ່ຽວທີ່ປອດໄພ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ແລະ ປະກອບສ່ວນຟື້ນຟູເສດຖະກິດຫລັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວທັງເພື່ອສ້າງລາຍຮັບຈາກການທ່ອງທ່ຽວໃຫ້ແກ່ປະຊາຊົນ, ຜູ້ປະກອບການ ແລະ ປະເທດ.

ແນວໃດກໍດີ, ການເປີດເຂດທ່ອງທ່ຽວສີຂຽວ ນັ້ນຕ້ອງໄດ້ປະຕິບັດຕາມເງື່ອນໄຂທີ່ກຳນົດເປັນຕົ້ນ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າເຂດທ່ອງທ່ຽວສີຂຽວ ຕ້ອງໄດ້ສັກວັກຊີນຄົບໂດສ ຢ່າງໜ້ອຍ 14 ວັນກ່ອນການເດີນທາງ; ນັກທ່ອງທ່ຽວຕ່າງປະເທດ ຕ້ອງສະໝັກບັດຜ່ານເຂດທ່ອງທ່ຽວສີຂຽວໂດຍປະກອບຂໍ້ມູນ (UpLoad) ຕ່າງໆໃສ່ແບບ ຟອມອອນລາຍຈາກເວັບໄຊທາງການ eVisa; ຕ້ອງກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT PCR ຢ່າງໜ້ອຍ 72 ຊົ່ວໂມງ ກ່ອນເດີນທາງ ແລະ ຕ້ອງຖືກເກັບຕົວຢ່າງກວດຫາເຊື້ອອີກເທື່ອໜຶ່ງເມື່ອມາຮອດ ສປປ ລາວ; ຂະນະດຽວກັນຕ້ອງໄດ້ຖືກແຍກປ່ຽວໂດຍຕົນເອງຢູ່ໂຮງແຮມທີ່ກຳນົດໄວ້ 24 ຊົ່ວໂມງເພື່ອລໍຖ້າຜົນກວດ ຖ້າຜົນກວດເປັນລົບ ສາມາດເຄື່ອນໄຫວຢູ່ເຂດທ່ອງທ່ຽວສີຂຽວໄດ້. ພ້ອມນີ້, ໃຫ້ດາວໂຫລດ app ຕິດຕາມຂໍ້ມູນຕິດຕໍ່ທີ່ນຳໃຊ້ສະດວກກັບລະຫັດ QR ໃນເວລາແຈ້ງເຂົ້າສະຖານທີ່ ທີ່ໄດ້ຮັບການອະ ນຸມັດແລ້ວ; ສະແດງຫລັກຖານການສັກວັກຊີນ ກ່ອນເຂົ້າເຂດທ່ອງທ່ຽວສີຂຽວ ເພື່ອຮັກສາຄວາມປອດໄພພາຍໃນເຂດສຳລັບທັງຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ແຕ່ຈະບໍ່ໄດ້ກວດຫາເຊື້ອໂຄວິດ-19.

ເປົ້າໝາຍນັກທ່ອງທ່ຽວທີ່ອະນຸຍາດ ໂດຍອະນຸຍາດໃຫ້ນັກທ່ອງທ່ຽວທຸກສັນຊາດ ທີ່ໄດ້ສັກວັກຊີນຄົບສາມາດເຂົ້າໄດ້ ໂດຍຜ່ານດ່ານສະໜາມບິນ, ຍົກເວັ້ນນັກທ່ອງທ່ຽວຈາກປະ ເທດ ທີ່ບໍ່ອະນຸມັດໃຫ້ເອົາວີຊ່າກັບດ່ານ (ຈົນກວ່າຈະເປີດປະເທດແບບເຕັມສ່ວນ). ສ່ວນເງື່ອນໄຂກ່ອນອະນຸຍາດນັກທ່ອງທ່ຽວເຂົ້າມາ ສປປ ລາວ, ນັກທ່ອງທ່ຽວ ຕ້ອງໄດ້ລົງທະ ບຽນບັດຜ່ານເຂດທ່ອງທ່ຽວສີຂຽວ ທາງເວບໄຊ www.laoevisa.gov.la/greenzone, ລົງທະບຽນ 7-30 ມື້ກ່ອນອອກເດີນທາງ, ອັບໂຫລດຫລັກຖານຂອງການສັກວັກຊີນ, ການຈອງໂຮງແຮມ ແລະ ລາຍການເດີນທາງທັງໝົດໃນແບບຟອມລົງທະບຽນ, ເອກະສານອະ ນຸມັດ ຈະສົ່ງໃຫ້ເປົ້າໝາຍກ່ຽວຂ້ອງ ທັງການຈັດຕັ້ງ ຫລື ບຸກຄົນ ພາຍໃນ 48 ຊົ່ວໂມງ ຖ້າເອກະສານທັງໝົດທີ່ໄດ້ຮັບຖືກຕ້ອງ ແລະ ຄົບຖ້ວນ; ພິມບັດຜ່ານເຂດທ່ອງທ່ຽວສີຂຽວ ກັບ ລະຫັດ bar code ເພື່ອສະແດງຢູ່ບ່ອນແຈ້ງປີ້ເດີນທາງອອກ ແລະ ເມື່ອເດີນທາງຮອດ ສປປ ລາວ; ມີໃບຢັ້ງຢືນການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT-PCR ຢ່າງໜ້ອຍ 72 ຊົ່ວໂມງກ່ອນເດີນທາງ; ໃບຢັ້ງຢືນການສັກວັກຊີນ ຢ່າງໜ້ອຍ 14 ວັນ ເປັນພາສາອັງກິດ ກ່ອນອອກເດີນທາງ ແລະ ບໍ່ຫລາຍກວ່າໜຶ່ງປີ (ຖ້າຫລາຍກວ່າໜຶ່ງປີ, ຕ້ອງໄດ້ສັກວັກຊີນກະຕຸ້ນຕື່ມ); ກຽມຄ່າກວດຫາເຊື້ອ ດ້ວຍເຄື່ອງກວດ RT-PCR ເມື່ອມາຮອດ ສປປ ລາວ (65 ໂດລາສະຫະລັດ) ຫລື ຈ່າຍລ່ວງໜ້າສຳລັບການກວດກັບຫ້ອງທົດລອງທີ່ໄດ້ຮັບອະນຸຍາດ (www.tourismlaos.org/greenzone); ຊື້ປະກັນໄພຈາກບໍລິ ສັດ ທີ່ໄດ້ຮັບອະນຸມັດ ຫລື ກຽມສຳເນົາການປະກັນໄພທີ່ມີຢູ່ແລ້ວ; ເດັກນ້ອຍອາຍຸ 5-18 ປີ ຕ້ອງກວດການເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT-PCR, ແຕ່ບໍ່ຈຳເປັນຕ້ອງສັກວັກຊີນ. ສ່ວນເດັກນ້ອຍອາຍຸໜ້ອຍກວ່າ 5 ປີບໍ່ຈຳເປັນຕ້ອງກວດຫາເຊື້ອ ແລະ ສັກວັກຊີນ.