ນາຍົກລັດຖະມົນຕີ ສິງກະໂປ ປະກາດຈະອອກຈາກຕຳແໜ່ງ ແລະ ຈະມອບອຳນາດການບໍລິຫານປະເທດໃຫ້ທ່ານ ລໍເຣນ ຫວ່ອງ ຮອງນາຍົກ

ວັນທີ 16 ເມສາ 2024, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ລີ ຊຽນລຸງ ນາຍົກລັດຖະມົນຕີ ຂອງສິງກະໂປ ອາຍຸ 72 ປີ ປະກາດຈະອອກຈາກຕຳແໜ່ງ ໃນວັນທີ 15 ພຶດສາພາ ທີ່ຈະມາເຖິງນີ້ ແລະ ຈະມອບອຳນາດການບໍລິຫານປະເທດທັງໝົດໃຫ້ ທ່ານ ລໍເຣນ ຫວ່ອງ ຮອງນາຍາລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ອາຍຸ 51 ປີ ເປັນຜູ້ບໍລິຫານຕໍ່ໄປ, ຊຶ່ງທ່ານ ລໍເຣນ ຫວ່ອງ ຈະເຂົ້າສາບານຕົນຮັບຕຳແໜ່ງນາຍົກຄົນໃໝ່ໃນວັນດັ່ງກ່າວ.

