ຄະນະລັດຖະບານອິດສະຣາແອນ ຮັບເອົາສັນຍາຢຸດຍິງຊົ່ວຄາວ ກັບ ກຸ່ມຮາມາດສ

ວິທະຍຸ ສາກົນ ແຫ່ງ ສປ ຈີນ, ໜັງສືພິມ “ເຢລູຊາ ເລັມໂພສ໌” ແລະ ໜັງສືພິມ “ອິດສະຣາແອມທາມສ” ໄດ້ລາຍງານຂ່າວໂດຍອີງຕາມແຫລງ ຂ່າວ ຈາກລັດຖະບານ ອິດສະຣາແອນ ໃນວັນທີ 22 ພະຈິກ 2023 ຕາມເວລາທ້ອງຖິ່ນ, ຄະນະລັດຖະບານ ອິດສະຣາແອນ ໄດ້ລົງຄະແນນສຽງ ຮັບຮອງ ສັນຍາ ຢຸດຍິງ ຊົ່ວຄາວ ກັບຂະບວນການ ຕໍ່ຕ້ານ ອິດສະລາມິກ ຂອງປາແລັດສະຕິນ ຫລື ຮາມາດສ.ອີງຕາມ ເນື້ອໃນ ສັນຍາ ທີ່ເປີດເຜີຍ ໂດຍລັດຖະບານ ອິດສະຣາແອນ, ເວລາ ຢຸດຍິງ ໄລຍະທຳອິດ ແມ່ນ 4 ວັນ. ໃນໄລຍະ 4 ວັນ, ກຸ່ມຮາມາດສ ຈະປ່ອຍຕົວ ແມ່ຍິງ ແລະ ເດັກນ້ອຍ ຂອງອິດສະຣາແອນ ທີ່ຖືກຈັບ ເປັນຕົວປະກັນ ງວດທຳອິດ ຈຳນວນ 50 ຄົນ ງວດທຳອິດ, ແຕ່ລະມື້ ຈະປ່່ອຍຕົວ 12 ຫາ 13 ຄົນ. ສ່ວນອິດສະຣາແອນ ປ່ອຍແມ່ຍິງ ແລະ ເດັກນ້ອຍ ຂອງປາແລັດສະຕິນ ທີ່ຖືກຈັບ ປະມານ 150 ຄົນ.
ໄລຍະຢຸດຍິງ ເປັນເວລາ 4 ວັນ ແມ່ນສາມາດ ແກ່ຍາວ ເວລາໄດ້, ຖ້າວ່າ ກຸ່ມຮາມາດສ ປ່ອຍຕົວ ຄົນອິດສະຣາແອນ ທີ່ຖືກຈັບ ເປັນຕົວປະກັນ ເພີ່ມອີກ 10 ຄົນ, ໄລຍະຢຸດຍິງ ຈະສາມາດ ແກ່ຍາວ ເວລາ ອອກໄປໄດ້ ອີກ 1 ວັນ, ຫລາຍທີ່ສຸດ ແມ່ນສາມາດ ແກ່ຍາວ ເວລາໄດ້ 4 ວັນ. ສັນຍາ ຢຸດຍິງຊົ່ວຄາວ ຄາດວ່າ ຈະເລີ່ມ ມີຜົນສັກສິດ ນັບແຕ່ ວັນທີ 23 ພະຈິກ 2023 ເປັນຕົ້ນໄປ.
CR: ຂປລ