ຕໍາຫລວດບໍ່ແກ້ວຈັບເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ພ້ອມຂອງກາງຢາໄອນໍ້າໜັກ 100 ກິໂລ

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກໍາລັງເຈົ້າທີ່ຂອງຕົນສາມາດມ້າງເຄືອຂ່າຍຢາເສບຕິດລາຍໃຫຍ່ຢູ່ບ້ານສີເມືອງງາມ, ເມືອງຕົ້ນເຜິ່ງແຂວງບໍ່ແກ້ວ, ຊຶ່ງມີຜູ້ຕ້ອງຫາຄື: ທ້າວ ປໍຈົວເລົາ ອາຍຸ 24 ປີ, ທ້າວ ເຢຍເລົາ ອາຍຸ 26 ປີ, ທ້າວ ຊະທໍ ອາຍຸ 30 ປີຢູ່ບ້ານຊາຍຈະເລີນ ແລະ ທ້າວ ຈືເລົາ ອາຍຸ 20 ປີຢູ່ບ້ານມົກກະຈອກຢູ່ເມືອງຫ້ວຍຊາຍແຂວງບໍ່ແກ້ວ, ພ້ອມຂອງກາງຢາໄອນໍ້າໜັກ 100 ກິໂລ, ລົດໃຫຍ່ 5 ຄັນ, ໂທລະສັບມືຖື 7 ໜ່ວຍ, ປືນສັ້ນ 1 ກະບອກ, ລູກປືນ ແລະ ເງິນຈຳນວນໜຶ່ງ, ຈຶ່ງຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ. ໂດຍເຈົ້າໜ້າທີ່ຈະເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອຈັບຕົວມາດໍາເນີນຄະດີ ແລະ ໃນກົດໝາຍອາຍາມາດຕາ 146 ໄດ້ລະບຸວ່າ: ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ມີໄວ້ຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ-ສົ່ງອອກ, ຂົນສົ່ງ ຢາອີ, ຢາບ້າ ຫລື ວັດຖຸອອກລິດຕໍ່ປະສາດອື່ນໆຜ່ານ ສປປ ລາວ ນໍ້າໜັກເກີນ 3 ກິໂລແມ່ນຈະຖືກລົງໂທດປະຫານຊີວິດ.

