ແຂວງຄໍາມ່ວນປະເມີນຄວາມເສຍຫາຍຈາກໄພພິບັດ ຫລາຍກວ່າ 100 ຕື້ກີບ

ຄະນະກຳມະການໄພພິບັດຂັ້ນແຂວງຄຳມ່ວນ ລາຍງານວ່າ: ໄລຍະເດືອນກໍລະກົດ 2025 ຜ່ານມາ ແຂວງຄຳມ່ວນ ໄດ້ຮັບຜົນກະທົບຈາກໄພພິບັດ ທັງໝົດ 181 ບ້ານ, ມີ 7,227 ຄອບຄົວ, ຊີວິດ 1 ຄົນ (ຢູ່ບ້ານມ່ວງໄຂ ເມືອງຫີນບູນ), ເນື້ອທີ່ນາປີຖືກນໍ້າຖ້ວມ 9,398 ເຮັກຕາ, ເນື້ອທີສວນມັນຕົ້ນຖືກນໍ້າຖ້ວມ 236 ເຮັກຕາ. ໃນນີ້ ເສຍຫາຍແລ້ວ 3,388 ເຮັກຕາ, ເສັ້ນທາງຖືກເປ່ເພ 51 ເສັ້ນ, ຂົວ 11 ຈຸດ, ຊົນລະປະທານ 04 ແຫ່ງ ແລະ ໜອງປາຈຳນວນໜຶ່ງ ສັງລວມຜົນເສຍຫາຍທັງໝົດ 108.17 ຕື້ກີບ.

ສໍາລັບຂົງເຂດອື່ນໆ ທາງຄະນະຮັບຜິດຊອບໄພພິບັດຂັ້ນແຂວງ ຈະໄດ້ສືບຕໍ່ເກັບກຳຂໍ້ມູນ ແລະ ລາຍງານຜົນເສຍຫາຍຕື່ມໃນພາຍຫຼັງ.