ໃຊ້ປືນປອມກໍ່ເຫດປຸ້ນຊັບ ແລະ ທໍາຮ້າຍຮ່າງກາຍຜູ້ເສຍຫາຍ ແຕ່ໄປບໍ່ລອດ ຖືກຈັບຕົວໄດ້ພາຍໃນ 6 ຊົ່ວໂມງ

ວັນທີ 31 ກໍລະກົດ 2025 ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາເສດຖະກິດ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ນຳຕົວຜູ້ຖືກຫາຊື່ ທ້າວ ທອງສອນ ພັນໂນ (ປານ) ອາຍຸ 30 ປີ ປະຊາຊົນ ບ້ານ ໂພນເຍຍນ້ອຍ ເມືອງທ່າແຂກ ແຂວງຄຳມ່ວນ ຜູ້ກໍ່ເຫດປຸ້ນຊັບ (ເງິນ) ປະຊາຊົນ ຢູ່ຮ້ານຮັບຊື້ເຫລັກເສດເຂດບ້ານນາບວບ ເມືອງທ່າແຂກ ແຂວງຄຳມ່ວນ ມາຈໍາລອງເຫດການຄືນ.
ເຫດເກີດວັນທີ 18 ມິຖຸນາ 2025 ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ເວລາ 08:00 ໂມງ ໄດ້ມີຄົນຮ້າຍ 1 ຄົນ ຂັບຂີ່ລົດຈັກ ຍີ່ຫໍ້ ເວບຈີນ ສີແດງ-ດຳ ບໍ່ຕິດປ້າຍທະບຽນ ມາຈອດຢູ່ໜ້າຮ້ານ ແລ້ວຢ່າງເຂົ້າມາສອບຖາມກ່ຽວກັບລາຄາຮັບຊື້ເຫລັກພ້ອມທັງຂໍຢືມໂທລະສັບຜູ້ເສຍຫາຍ ໂທຫາໝູ່ເພື່ອໃຫ້ນຳເອົາເຫລັກມາຂາຍໃຫ້ ຈາກນັ້ນ, ຄົນຮ້າຍກໍ່ໄດ້ຈົກປືນສັ້ນ ສີດຳ (ບໍ່ຮູ້ຊະນິດ) ເຂົ້າມານາບຂູ່ຜູ້ເສຍຫາຍພ້ອມໄດ້ເວົ້າວ່າ: ເອົາເງິນອອກມາ, ໃນຂະນະດຽວກັນ ຜູ້ເສຍຫາຍໄດ້ສັງເກດເຫັນວ່າໃນມື ຄົນຮ້າຍເປັນປືນປອມ ຈຶ່ງໄດ້ໃຊ້ມືປັດອອກເພື່ອຈະຕໍ່ສູ້ແຕ່ວ່າ ຄົນຮ້າຍໄດ້ເອົາມືຍູ້ຜູ້ເສຍຫາຍລົ້ມລົງພ້ອມຈັບຫົວທຸບໃສ່ກັບພື້ນດິນຈຳນວນຫລາຍຄັ້ງ ແລ້ວໃຊ້ກຳປັ້ນເບື້ອງຂວາທຸບຕີໃສ່ບໍລິເວນຫົວ ແລະ ໃບໜ້າຈຳນວນ 3 ຄັ້ງ ແລະ ໃຊ້ມືທັງສອງເບື້ອງບີບຄໍເຮັດໃຫ້ຜູ້ເສຍຫາຍໄດ້ຮັບບາດເຈັບສົມຄວນ ແລະ ຜູ້ເສຍຫາຍຢ້ານກົວຈຶ່ງໄດ້ຈົງເອົາເງິນຢູ່ຖົງໂສ້ງໃຫ້ຄົນຮ້າຍ ຈຳນວນ 2,045,000 ກີບ ຈາກນັ້ນຄົນຮ້າຍກໍ່ໄດ້ແລ່ນຂຶ້ນລົດຈັກແລ້ວຂັບຂີ່ໜີໄປ.

ຮອດເວລາ 14:30 ນາທີ ຂອງວັນດຽວກັນ ເຈົ້າໜ້າທີ່ຕຳຫລວດຈຶ່ງສາມາດກັກຕົວຜູ້ກໍ່ເຫດ ຢູ່ເຮືອນຂອງຜູ້ກ່ຽວພ້ອມເຄື່ອງຂອງກາງ ອາວຸດປືນ (ປືນປອມ) ແລະ ລົດຈັກ ເວບຈີນ ສີ ແດງດຳ (ບໍ່ຕິດປ້າຍທະບຽນ) ທີ່ໃຊ້ກໍ່ເຫດ ມາດຳເນີນຄະດີ.
ຜ່ານການສອບສວນຂອງເຈົ້າໜ້າທີ່ ຜູ້ກໍ່ເຫດໄດ້ໃຫ້ການຮັບຄໍາສາລະພາບວ່າ: ຕົນເອງໄດ້ລົງມື ກໍ່ເຫດໃຊ້ອາວຸດປືນ (ປືນປອມ) ປຸ້ນເອົາເງິນ ແລະ ທຳຮ້າຍຮ່າງກາຍຜູ້ ເສຍຫາຍແທ້. ພາຍຫລັງປຸ້ນໄດ້ເງິນ ຈຳນວນ 2,045,000 ກີບ ແລ້ວເອົາມາຊຸກເຊື່ອງໄວ້ຢູ່ເຮືອນ ເພື່ອຈະເອົາໄປຊື້ຢາເສບຕິດມາເສບແຕ່ກໍ່ຖືກເຈົ້າໜ້າທີ່ເຂົ້າກັກຕົວເສຍກ່ອນ. ດັ່ງນັ້ນ, ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ນຳຕົວຜູ້ກ່ຽວມາເຮັດແຜນປະກອບຄຳຮັບສາລະພາບເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
ທີ່ມາ: ລາຍການ ຄວາມສະຫງົບແຂວງຄໍາມ່ວນ

