ນັກບິນໃຊ້ເຮືອບິນວາດພາບຊູກຳປັ້ນຢູ່ເທິງອາກາດເພື່ອລະນຶກເຖິງ George Floyd ທີ່ຖືກເຈົ້າໜ້າທີ່ຕຳຫຼວດ ສະຫະລັດ ກົດຄໍເສຍຊີວິດ

ນັກບິນຄົນໜຶ່ງຢູ່ແຂວງ Nova Scotia ການາດາ, ວັນທີ 4 ມີຖຸນານີ້ໄດ້ໃຊ້ເຮືອບິນບິນວາດພາບເປັນຮູບຊູກຳປັ້ນ ຢູ່ເທິງອາກາດ ເພື່ອລະນຶກເຖິງGeorge Floyd ທີ່ຖືກເຈົ້າໜ້າທີ່ຕຳຫຼວດສະຫະລັດເອົາຫົວເຂົ່າກົດຄໍເສຍຊີວິດ.

ນັກບິນ Dimitri Neonakis ໃຫ້ຮູ້ວ່າ ເຂົາໄດ້ເລືອກເອົາຮູບຊູກຳປັ້ນ ເປັນສັນຍາລັກໃຫ້ແກ່ຂະບວນການຕໍ່ສູ້ຕ້ານການຈຳແນກເຊື້ອຊາດ. Dimitri Neonakis ກ່າວວ່າ: “ພວກເຮົາທຸກຄົນຕ້ອງອອກມາກ່າວປະນາມ ເພື່ອຢູດຕິການຈຳແນກເຊື້ອຊາດ”.

Dimitri Neonakis ໄດ້ວາດພາບດ້ວຍອຸປະກອນເຄື່ອນທີ່ ເປັນຮູບຊູກຳປັ້ນ ດ້ວຍອຸປະກອນເຄື່ອນທີ່ ຫຼັງຈາກນັ້ນໃຊ້ເຮືອບິນບິນໄປຕາມເສັ້ນແຕ້ມ, ໃຊ້ເວລາ 2 ຊົ່ວໂມງເຄິ່ງດ້ວຍຄວາມໄວ 240km/h ຈຶ່ງແຕ້ມສຳເລັດ.

“ຂ້ອຍຕ້ອງອອກມາກ່າວປະນາມດ້ວຍການແຕ້ມຮູບພາບຊູກຳປັ້ນ ຢູ່ເທິງອາກາດ…ຂ້ອຍກະທຳແບບນີ້ແມ່ນເພື່ອຜູ້ຄົນທີ່ຖືກກົດຂີ່ຂູດຮິດ”.

ຂະບວນການປະທ້ວງໄດ້ລຸກລາມໄປທົ່ວສະຫະລັດ ພາຍຫຼັງ Floyd ເສຍຊີວິດ  ແລະ ຍັງລຸກລາມບານປາຍໄປຫຼາຍປະເທດໃນໂລກຕື່ອີກ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vnexpress.net)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ