ທົ່ວໂລກມີເກືອບ 1 ຕື້ຄົນ ມີບັນຫາກ່ຽວກັບສຸຂະພາບຈິດ

ເນື່ອງໃນໂອກາດວັນສຸຂະພາບຈິດສາກົນ 10 ຕຸລາ, ອົງການກ່ຽວຂ້ອງທີ່ໄດ້ເກັບກໍາສະຖິຕິໂລກ ແຈ້ງໃຫ້ຮູ້ວ່າ: ປັດຈຸບັນ ທົ່ວໂລກເກືອບ 1 ຕື້ຄົນ ມີບັນຫາກ່ຽວກັບສຸຂະພາບຈິດ, ໃນທຸກໆ 40 ວິນາທີໃດ ຈະມີຄົນເສຍຊີວິດຍ້ອນການຂ້າໂຕຕາຍ 1 ຄົນ ແລະ ທຸກໆປີຈະມີ 3 ລ້ານຄົນ ເສຍຊີວິດຍ້ອນການດື່ມສິ່ງມືນເມົາ. ດັ່ງນັ້ນ ແຕ່ລະປະເທດຄວນມີເປົ້າໝາຍຍົກສູງຄວາມຮັບຮູ້ກ່ຽວກັບບັນຫາສຸຂະພາບຈິດ.
ປັດຈຸບັນ ການໃຊ້ຊີວິດປະຈຳວັນຂອງຄົນເຮົາໄດ້ປ່ຽນແປງໄປຫລາຍ ຍ້ອນຜົນກະທົບຂອງ COVID-19. ຫລາຍເດືອນທີ່ຜ່ານມາ ມີຫລາຍຄົນໄດ້ພົບກັບສິ່ງທ້າທາຍຕ່າງໆເຊັ່ນ: ພະນັກງານແພດໝໍທີ່ຮັບມືກັບການລະບາດໃຫຍ່ຂອງ COVID-19 ເຊິ່ງຫລາຍຄົນອາດຮູ້ສຶກຢ້ານວ່າຈະໄປແຜ່ເຊື້ອໃສ່ຄອບຄົວ, ນັກຮຽນຫລາຍຄົນກໍມີການປັບຕົວ ໂດຍການຮຽນຢູ່ບ້ານ ເຊິ່ງເຮັດໃຫ້ບໍ່ໄດ້ພົບພໍ້ກັບຄູອາຈານ ແລະ ໝູ່ເພື່ອນ, ຄົນທີ່ມີບັນຫາທາງຈິດກໍອາດຈະຮູ້ສຶກໂດດດ່ຽວຫລາຍກວ່າເກົ່າ ແລະ ບັນຫາທາງເສດຖະກິດທີ່ເກີດຈາກການລະບາດຂອງ COVID-19 ອາດເຮັດໃຫ້ຜູ້ປະກອບການຈຳນວນໜຶ່ງຕ້ອງໄດ້ຢຸດຕິທຸລະກິດຂອງໂຕເອງລົງ.
ອົງການກ່ຽວຂ້ອງຄາດຄະເນວ່າ: ບັນຫາສຸຂະພາບຈິດມີທ່າອ່ຽງຈະເພີ່ມຂຶ້ນ. ການລົງທຶນໃນວຽກງານດ້ານສຸຂະພາບຈິດໃນລະດັບຊາດ ແລະ ສາກົນທີ່ຖືກປ່ອຍປະລະເລີຍມາເປັນເວລາຫລາຍປີ. ສະນັ້ນ, ເປົ້າໝາຍຫລັກຂອງວັນສຸຂະພາບຈິດສາກົນໃນປີນີ້ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງເພີ່ມການລົງທຶນໃນວຽກງານດ້ານສຸຂະພາບຈິດໃຫ້ຫລາຍຂຶ້ນ.

