ສະໂມສອນ bay savanh fc ສາມາດຄວ້າ 3 ແຊ້ມ ແລະ 1 ຮອງແຊ້ມ ໃນລາຍການບານເຕະເຍົາວະຊົນລະດັບຊາດ ແລະ ນາໆຊາດໄດ້ ພາຍໃນເດືອນດຽວ.

ສຸດຍອດຫລາຍ!! ພາຍໃນເດືອນກໍລະກົດ 2025 ຫລານນ້ອຍຈາກ ສະໂມສອນ ເບ ສະຫວັນ ອາຄາເດມີ້ ເຊິ່ງເປັອີກໜຶ່ງສະໂມສອນເຍົາວະຊົນຈາກສປປ ລາວ ສາມາດຄວ້າ 3 ແຊ້ມ ແລະ 1 ຮອງແຊ້ມ ລາຍການບານເຕະເຍົາວະຊົນລະດັບຊາດ ແລະ ຊີງແຊ້ມນາໆຊາດ ທີ່ໄດ້ຈັດຂຶ້ນ ຢູ່ທີ່ສປ ຈີນ ສ້າງກຽດສັກສີ ແລະ ຊື່ສຽງໃຫ້ແກ່ປະເທດຊາດ.

ສຳລັບຜົນງານ 3 ແຊ້ມ ຂອງສະໂມສອນ ເບ ສະຫວັນ ອາຄາເດມີ້ ທີ່ສາມາດຍາດໄດ້ໃນຄັ້ງນີ້ ສຳລັບແຊ້ມທໍາອິດ ໄດ້ຈາກການແຂ່ງຂັນບານເຕະເຍົາວະຊົນ ນາໆຊາດ ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ10 ໃນລາຍການ Happy Border Cup ຄັ້ງທີ3 ຢູ10 ທີ່ ສປ ຈີນ 17-21 ກໍລະກົດ 2025.
ສ່ວນແຊ້ມລາຍການທີ່ 2 ໄດ້ຈາກການແຂ່ງຂັນ ລາຍການແຄ່ງເທບ ຢູຄັບ ຄັ້ງທີ 15 ຈັດຂຶ້ນທີ່ແຂວງອຸດອນ ປະເທດໄທ ໃນວັນທີ 26 ກໍລະກົດ 2025 ກ່ອນຈະສາມາດຄວ້າລາຍການນີ້ ໃນນັດທຳອິດ ຮອບຄັດເລືອກ ຢູ10 ເບ ສະຫວັນ ຊະນະທີມ ຫ້າງທອງເຊີລີ ປຕທ ແຊ້ມໜອງຄາຍ 5 ປະຕູຕໍ່ 2, ນັດທີ 2 ຊະນະທີມ ໄຊຍະສິດໜອງຄາຍ 12-0 ປະຕູ, ນັດທີ 3 ຊະນະ ໜອງບົວລຳພູນ 3-0 ປະຕູ ແລະ ນັດທີ 4 ຊະນະ ອໍສະຕາ ອຸດອນ 7 ປະຕູຕໍ່ 0 ຜ່ານເຂົ້າຮອບຮອງຊະນເລີດ ໄປຊະນະ ທີມ ປັອບຄອນ ຈາກ ແຂວງຂອນແກ່ນ 4 ປະຕູຕໍ່ 0 ກ່ອນໃນຮອບຊີງຊະນະເລີດ ໄລ່ຖະຫຼົ່ມເອົາຊະນະ ອໍສະຕາອຸດອນ 5 ປະຕູຕໍ່ 0 ຄວ້າແຊ້ມລາຍການນີ້ ໄປຄອງ ພ້ອມທັງຄວ້າ 3 ລາງວັນ ກໍຄື ລາງວັນດາວຊັນໂວ, ລາງວັນຜູ້ຮັກສາປະຕູດີເດັ່ນ ແລະ ນັກເຕະດີເດັ່ນ ມາຄອງອີກດ້ວຍ.

ຜົນງານຫຼ້າສຸດ ແຊ້ມທີ 3 ໄດ້ຈາກງານແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 14 ປີ ຊີງຂັນປະທານສະຫະພັນບານເຕະແຫ່ງຊາດ ຫຼື ສຕລ ທີ່ໄດ້ປິດການແຂ່ງຂັນລົງໃນວັນທີ 26 ກໍລະກົດ ຜ່ານມາ ທີ່ສະໜາມກິລາຈຳປີ-ຈຳປາ ຊຶ່ງ ຢູ14 ເບ ສະຫວັນ ລົງສະໜາມ ໃນນັດສົ່ງທ້າຍ ສະເໝີ ສະໂມສອນ ບີໄອເອັດ 1-1 ປະຕູ ຈາກຜົນງານ 7 ນັດ ຊະນະ 6 ນັດ ແລະ ສະເໝີ 1 ນັດ ລວມມີ 19 ຄະແນນ ໄດ້ແຊ້ມລາຍການນີ້ໄປຄອງ ລາຍການດັ່ງກ່າວ ມີ 8 ສະໂມສອນ ເຂົ້າຮ່ວມ.
ສ່ວນຮອງແຊ້ມອີກ 1 ລາຍການ ໄດ້ຈາກການແຂ່ງຂັນບານເຕະ ເຍົາວະຊົນລາວ ຊີງຂັນປະທານ ສຕລ ຮຸ່ນອາຍຸບໍ່ເກີນ 12 ປີ ລາຍການນີ້ ຈັດຂຶ້ນມື້ດຽວກັນ ກັບ ຢູ14 ເຊິ່ງມີ 8 ສະໂມສອນເຂົ້າຮ່ວມ ຜົນການແຂ່ງຂັນຈາກຜົນງານ 7 ນັດ ສາມາດເອົາຊະນະ 5 ນັດ ແລະ ສະເໝີ 1 ນັດ ລວມມີ 17 ຄະແນນ ເປັນຮອງຄະແນນ ພົມມະທັດ ທີມແຊ້ມລາຍການພຽງ 2 ຄະແນນ.

